lo_tn/isa/06/10.md

5.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ບອກເອຊາຢາທີ່ ລາວຕ້ອງເຮັດ ເມື່ອພຣະຢາເວສົ່ງລາວໄປ ເທດສະຫນາແກ່ປະຊົນ.

ຈົ່ງເຮັດໃຫ້ຫົວໃຈຂອງຊົນຊາດນີ້ບໍ່ມີຄວາມຮູ້ສຶກ

ໃນນີ້ຄຳວ່າ "ຫົວໃຈ" ເປັນຕົວແທນເຖິງຄວາມຄິດຂອງຄົນ. ຄົນຜູ້ທີ່ບໍ່ໄດ້ຄິດໃຫ້ແຈ່ມແຈ້ງ ແລະບໍ່ສາມາດເຂົ້າໃຈ ແລະ ສົນໃຈກ່ຽວສິ່ງທີ່ກຳລັງເກີດຂຶ້ນ ຖືກເວົ້າເຫມືອນກັບວ່າ ຫົວໃຈຂອງລາວບໍ່ມີຄວາມຮູ້ສຶກ. ອາດແປໄດ້ອີກວ່າ: "ເຮັດໃຫ້ຄົນເຫລົ່ານີ້ ບໍ່ສາມາດເຂົ້າໃຈໄດ້" ຫລື "ເຮັດໃຫ້ຄວາມຄິດຂອງຄົນເຫລົ່ານີ້ປູ້ໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ຈົ່ງເຮັດໃຫ້ຫົວໃຈຂອງຊົນຊາດນີ້

ມັນອາດຈະຖືກແປໃຫ້ເປັນທຳມະຊາດໃນຄຳວ່າ "ຫົວໃຈ" ແລະ "ນີ້" ເຫມືອນເປັນຈຳນວນຫລາຍ. ອາດແປໄດ້ອີກວ່າ: "ເຮັດໃຫ້ຫົວໃຈຂອງຄົນເຫລົ່ານີ້"

ຈົ່ງເຮັດໃຫ້ຫົວໃຈ ... ບໍ່ມີຄວາມຮູ້ສຶກ

ຄຳສັ່ງນີ້ຫມາຍຄວາມວ່າ ພຣະຢາເວຈະໃຫ້ຖ້ອຍຄຳຂອງເອຊາຢາ ເຮັດໃຫ້ປະຊາຊົນເຂົ້າໃຈຫນ້ອຍລົງ ແລະ ເຮັດໃຫ້ພວກເຂົາລົດຄວາມຮູ້ສຶກລົງ ເຖິງສິ່ງທີ່ພຣະຢາເວກຳລັງເຮັດຢູ່.

ເຮັດໃຫ້ຫູຂອງພວກເຂົາເຄັ່ງຕຶງ, ແລະ ເຮັດໃຫ້ຕາຂອງ​ພວກ​ເຂົາບອດໄປ

"ເຮັດໃຫ້ຫູຂອງພວກເຂົາບໍ່ສາມາດໄດ້ຍິນ, ແລະ ເຮັດໃຫ້ຕາຂອງ​ພວກ​ເຂົາບໍ່ສາມາດເຫັນໄດ້." ເອຊາຢາເຮັດໃຫ້ປະຊາຊົນບໍ່ເຂົ້າໃຈ ຖ້ອຍຄຳຂອງພຣະຢາເວ ຫລື ສິ່ງທີ່ພຣະອົງກຳລັງຈະເຮັດ ຖືກເວົ້າເຫມືອນກັບວ່າ ເອຊາຢາເຮັດໃຫ້ພວກເຂົາຫູຫນວກ ແລະ ຕາບອດໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາອາດຈະເຫັນດ້ວຍຕາຂອງພວກເຂົາ, ໄດ້ຍິນດ້ວຍຫູຂອງພວກເຂົາ

ປະຊາຊົນບໍ່ສາມາດເຂົ້າໃຈ ຖ້ອຍຄຳຂອງພຣະຢາເວ ແລະ ສິ່ງທີ່ພຣະອົງກຳລັງເຮັດ ຖືກເວົ້າເຫມືອນກັບວ່າ ປະຊາຊົນສາມາດສຳພັດດ້ານກາຍຍາພາບ ເພື່ອທີ່ຈະເບິ່ງ ແລະໄດ້ຍິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ

ໃນນີ້ຄຳວ່າ "ໃຈ" ເປັນຕົວແທນເຖິງຄວາມຄິດຂອງຄົນ. ເຂົ້າໃຈເຖິງບາງສິ່ງບາງຢ່າງໆແທ້ຈິງ ແລະ ສົນໃຈກ່ຽວກັບສິ່ງທີ່ກຳລັງຈະເກີດຂຶ້ນ ຖືກເວົ້າເຫມືອນກັບວ່າ ປະຊາຊົນເຂົ້າໃຈໄດ້ດ້ວຍຫົວໃຈຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແລ້ວຫັນກັບມາ

ການກັບໃຈໃຫມ່ ແລະ ເລີ່ມຕົ້ນທີ່ຈະເຊື່ອຟັງພຣະຢາເວ ຖືກເວົ້າເຫມືອນກັບວ່າ ປະຊາຊົນຫັນກັບດ້ານກາຍຍາພາບມາຫາພຣະອົງ. ອາດແປໄດ້ອີກວ່າ: "ຕິດຕາມເຮົາອີກ" ຫລື "ແລ້ວເລີ່ມຕົ້ນໄວ້ວາງໃຈໃນເຮົາອີກເທື່ອຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ຮັບການຮັກສາໃຫ້​ດີ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເຮົາຈະຮັກສາພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)