lo_tn/isa/06/04.md

3.0 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ອະທິບາຍນິມິດຂອງລາວ.

ພື້ນຖານຂອງປະ​ຕູ​ທັງ​ຫລາຍ​ກໍສັ່ນສະເທືອນຍ້ອນວ່າສຽງຮ້ອງຂອງຄົນເຫລົ່ານັ້ນທີ່​ກຳ​ລັງ​ຮ້ອງ​ອອກ​ມາ

"ເມື່ອພວກເຊລາພິມຮ້ອງອອກມາ, ສຽງຂອງພວກເຂົາສັ່ນຢູ່ທາງເຂົ້າປະຕູ ແລະຮາກຖານຂອງພວກເຂົາດ້ວຍ"

ພ​ຣະ​ນິ​ເວດກໍເຕັມໄປດ້ວຍຄວັນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແລະຄວັນກໍເຕັມຢູ່ໃນພຣະວິຫານ" ຫລື "ແລະຄວັນກໍເຕັມຢູ່ໃນຣາຊະວັງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ວິບັດແກ່ຂ້າ​ພະ​ເຈົ້າ! ເພາະວ່າຂ້າ​ພະ​ເຈົ້າໄດ້ເຖິງ​ຄາວຕາຍແລ້ວ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ຂ້ານ້ອຍຢູ່ໃນບັນຫາອັນໃຫຍ່ແລ້ວ! ສິ່ງຕ່າງໆທີ່ເປັນຕາຫນ່າຍຈະເກີດຂຶ້ນກັບຂ້ານ້ອຍແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທີ່ມີປາກບໍ່ສະອາດ

ໃນນີ້ຄຳວ່າ "ປາກ" ເປັນຕົວແທນເຖິງສິ່ງທີ່ຄົນຫນຶ່ງເວົ້າ. ແລະ, ປະຊາຊົນເວົ້າເຖິງສິ່ງຕ່າງໆທີ່ບໍ່ເປັນທີ່ຍອມຮັບຕໍ່ພຣະເຈົ້າຖືກເວົ້າເຫມືອນກັບວ່າຮີບສົບເປັນຕົວແທນຮ່າງກາຍທີ່ບໍສະອາດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ອົງພຣະຢາເວ, ອົງພຣະຢາເວຈອ​ມ​ໂຢ​ທາ

ພຣະຢາເວ, ຜູ້ປົກຄອງຂອງເຫລົ່າທະຫານເທວະດາ"

ຕາຂອງຂ້າພະເຈົ້າໄດ້ເຫັນ

ໃນນີ້ຄຳວ່າ "ຕາ" ເປັນຕົວແທນຄົນຫນຶ່ງຄົນທຸກຫມົດ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)