lo_tn/isa/05/29.md

4.2 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ອະທິບາຍເຖິງທະຫານວ່າ ຈະໂຈມຕີຢູດາ (ເບິ່ງເພີ່ມເຕີມ: 5:26)

ສຽງຮ້ອງໂຫຍ​ຫວ​ນຂອງພວກ​ເຂົາຈະເປັນຄືກັບສິງໂຕ; ພວກເຂົາຈະຮ້ອງຄຳ​ລາມ ຄື​ກັບສິງໂຕຫນຸ່ມ

ສຳນວນເຫລົ່ານີ້ພື້ນຖານແລ້ວຄວາມຫມາຍເປັນສິ່ງດຽວກັນ. ເອຊາຢາປຽບທຽບລະຫວ່າງທະຫານຂອງສັດຕຣູກັບສິງໂຕຫນຸ່ມທີ່ຫມາຍເຖິງສຽງໂຫຍຫວນຂອງພວກມັນໃນການໂຈມຕີຈະເຮັດໃຫ້ປະຊາຊົນຢູດາຮ້ອງອອກມາດ້ວຍຄວາມຢ້ານກົວຢ່າງຫລວງຫລາຍ. ອາດແປໄດ້ອີກວ່າ: "ເມື່ອທະຫານຂອງພວກເຂົາຮ້ອງໂຫຍຫວນໃນສົງຄາມພວກເຂົາມີສຽງຮ້ອງເຫມືອນກັບສຽງຄຳລາມຂອງສິງໂຕຫນຸ່ມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-simile]])

ສິງໂຕຫນຸ່ມ

ອາຍຸຫນຸ່ມນ້ອຍເປັນການປຽບທຽບເຖິງກຳລັງ. ອາດແປໄດ້ອີກວ່າ: "ສິງໂຕທີ່ກຳລັງເຂັ້ມແຂງທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະຮ້ອງຄຳ​ລາມ ແລະ ຄຸ້ມເອົາເຫຍື່ອ

ເອຊາຢາປຽບທຽບກັບວ່າສັດຕຣູຂ້າປະຊາຊົນຢູດາກັບສິງໂຕຂ້າສັດທີ່ອ່ອນແອກວ່າ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ສິ່ງຮ້ອງດັງເຫມືອນສຽງຄຳລາມກ່ອນທີ່ພວກມັນຈະຂ້າ, ຫລື 2) ຜູ້ຂຽນໃຊ້ສອງຖ້ອຍຄຳນີ້ເພື່ອຫມາຍເຖິງສິ່ງດຽວກັນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-doublet]])

ຮ້ອງຄຳ​ລາມ

ບັນດາສັດທີ່ອີກສັດໂຕຫນຶ່ງຕ້ອງການທີຈະຈັບ ແລະ ຂ້າເສຍ.

ບໍ່ມີໃຜສາມາດຊ່ວຍໃຫ້ລອດໄດ້

"ແລະບໍ່ມີໃຜຈະສາມາດເຮັດໃຫ້ພວກມັນລອດພົ້ນໄດ້"

ຈະຄຳ​ລາມ ... ສຽງ​ນອງ​ຂອງ​ທະ​ເລ

ເຫລົ່ານີ້ແມ່ນຄຳສັບດຽວກັນຖືກແປ "ເຮັດສຽງຂູ່" ໃນຂໍ້ 29. ໃຊ້ໃສຄຳສັບໃນພາສາຂອງທານສຳລັບສຽງຂອງເຄື່ອນໃນລົມພາຍຸ ຫລື ຝົນຕົກແຮງ ຫລື ບາງເຫດການໃນທຳມະຊາດທີ່ມີສຽງແຫ່ງຄວາມຢ້ານ.

ແມ່ນແຕ່ແສງສະຫວ່າງກໍຈະຖືກເມກເຮັດ​ໃຫ້​ມືດ​ໄປ

ຄວາມມືດທີ່ນີ້ເປັນຕົວແທນເຖິງຄວາມທົນທຸກທໍລະມານ ແລະ ພະຍາໂລຄາ. ນີ້ແມ່ນການປຽບທຽບປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເມກມືດຫນາຈະປິດກັ້ນແສງສະຫວ່າງຂອງຕາເວັນໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])