lo_tn/isa/05/27.md

3.9 KiB

ຂໍ້ມູນທົ່ວໄປ:

ເອຊາຢາສືບຕໍ່ອະທິບາຍກ່ຽບທະຫານທີ່ຈະມາໂຈມຕີຢູດາ. ລາວເວົ້າເຫມືອນກັບວ່າມັນຢູ່ທີ່ນັ້ນແລ້ວ. (ເບິ່ງເພີ່ມເຕີມ: ISA 5:26)

ອ່ອນເພຍ​ ... ສະດຸດລົ້ມ ... ນອນບໍ່ຫລັບ ... ນອນຫລັບ

ສີ່ຄຳເຫລົ່ານີ້ເປັນຂະບວນການຈາກຄວາມອ່ອນເພຍຈາກວຽກງານຈົນວ່າບໍ່ສາມາດຍ່າງໄດ້ດີ, ຈົນວ່າບໍ່ສາມາດຕື່ນຢູ່, ຈົນເຖິງນອນຫລັບເຕັມຮູບແບບ, ດັ່ງນັ້ນທັງສີ່ຄວນປາກົດຢູ່ໃນການແປ.

ບໍ່ມີສາຍແອວຂອງພວກເຂົາທີ່ຫລຸດ​ໄປ

ທະຫານຮັກເຄື່ອງນຸ່ງຂອງພວກເຂົາແຫນ້ນຢູ່ເພື່ອມັນຈະງ່າຍກວ່າໃນການເຄື່ອນໄຫວ ແລະ ຕໍ່ສູ້.

ບໍ່​ມີສາຍເກີບຂອງພວກເຂົາທີ່​ຂາດ​ໄປ

"ສາຍຮັດເກີບຂອງພວກເຂົາ"

ສຽງກີບມ້າທັງ​ຫລາຍຄ້າຍຄືຫີນ​ເຫລັກ​ໄຟ

"ສຽງກີບມ້າທັງ​ຫລາຍຄ້າຍຄືຫີນ​ແຂງ." ເອຊາຢາປຽບທຽບຕິນຂອງມ້າກັບຫີນເຫລັກໄຟ, ຊຶ່ງເປັນຫີນແຂງທີ່ສາມາດເຮັດໃຫ້ເກີດປະກາຍໄຟເມື່ອສຳພັດມັນ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ເອຊາຢາປຽບທຽບກີບຕິນມ້າຫີນເຫລັກໄຟ ເພື່ອອະທິບາຍເຖິງພາບຄວາມຄວາມຫນ້າຢ້ານກົວຂອງຕິນຂອງພວກມັນຊຶ່ງເປັນເຫດໃຫ້ເກີດປະກາຍໄຟເມື່ອພວກມັນແລ່ນ ຫລື 2) ເອຊາຢາປຽບທຽບກີບຕິນມ້າຫີນເຫລັກໄຟ ເພື່ອເນັ້ນຫນັກໃຫ້ເຫັນເຖິງວ່າ ຄວາມແຂງແຮງຂອງກີບຕິນມ້າຫີນເຫລັກໄຟຊຶ່ງສາມາດເຮັດໃຫ້ມ້າເຮັດໃນສິ່ງໃດກໍໄດ້ ຕາມທີ່ນາຍຂອງພວກມັນຕ້ອງການໃຫ້ພວກມັນເຮັດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແລະ ລໍ້ລົດມ້າ​ເສິກຂອງພວກເຂົາຄ້າຍຄືພະຍຸ

ເອຊາຢາປຽບທຽບລໍ້ລົດມ້າເຫມືອນກັບພາຍຸ ເພື່ອເຮັດໃຫ້ຄວາມຫມາຍທີ່ວ່າພວກມັນຈະທຳລາຍທຸກໆສິ່ງທີ່ຢູ່ໃນເສັ້ນທາງຂອງພວກມັນ. ອາດແປໄດ້ອີກວ່າ: "ແລະ ລໍ້ຂອງລົດມ້າຈະປິ່ນເຫມືອນກັນກັບລົມພາຍຸ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ລໍ້ລົດມ້າ​ເສິກ

ລໍ້ເຫລົ່ານີ້ມັກເປັນແຜ່ນເຫລັກທີ່ຄົມຕິດພວກມັນທີ່ຈະຕັດທຸກໆຄົນໃຫ້ເປັນຕ່ອນໆ ໃນຂະນະທີ່ລົດມ້າຜ່ານມາຫາ.