lo_tn/isa/05/25.md

4.1 KiB
Raw Permalink Blame History

ຄວາມໂກດແຄ້ນຂອງພຣະຢາ​ເວຈຶ່ງໄດ້ເພີ່ມຂຶ້ນ

ເອຊາຢາເວົ້າເຫມືອນກັບວ່າຄວາມໂກດແຄ້ນຂອງພຣະຢາເວ ເຫມືອນກັນກັບໄຟ. ອາດແປໄດ້ອີກວ່າ: "ພຣະຢາເວໂກດຮ້າຍຢ່າງໃຫຍ່ຫລວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງໄດ້ຢຽດ​ພ​ຣະ​ຫັດ​ອອກຕໍ່​ສູ້ພວກເຂົາ ແລະ ລົງໂທດພວກເຂົາ

ຜູ້ປະການພຣະທຳເວົ້າກ່ຽວກັບອານາຄົດ ເຫມືອນກັບວ່າມັນໄດ້ເກີດຂຶ້ນແລ້ວ. ລາວເຮັດສິ່ງນີ້ເພື່ອຊ່ວຍໃຫ້ຄຳພະຍາກອນກາຍມາເປັນຄວາມຈິງຢ່າາງແນ່ນອນ. ອາດແປໄດ້ອີກວ່າ: "ພຣະອົງຈະລົງໂທດພວກເຂົາ ດ້ວຍຣິດອຳນາດແຫ່ງພຣະຫັດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ໄດ້ຢຽດ​ພ​ຣະ​ຫັດ​ອອກຕໍ່​ສູ້ພວກເຂົາ

ທີ່ນີ້ຄຳວ່າ "ພຣະຫັດ" ຫມາຍເຖິງຣິດອຳນາດຂອງພຣະເຈົ້າ ແລະ ການຄວບຄຸມ. ອາດແປໄດ້ອີກວ່າ: "ໄດ້ສຳແດງຣິດອຳນາດຂອງພຣະອົງຕໍ່ສູ້ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊາກ​ສົບ

"ຮ່າງກາຍທີ່ຕາຍແລ້ວ"

ຊາກ​ສົບຂອງພວກເຂົາຄ້າຍຄືກອງຂີ້ເຫຍື້ອຕາມຖະຫນົນ

ຮ່າງກາຍຂອງຄົນຕາຍຖືກອະນຸຍາດໃຫ້ຢາຍຢູ່ຕາມຖະຫນົນຫົນທາງເຫມືອນກັບວ່າພວກມັນເປັນຂີ້ເຫຍື້ອເທົ່ານັ້ນ. ຄວາມຫມາຍນີ້ຄືຫລາຍຄົນຈະຕາຍແຕ່ວ່າບໍ່ຄົນຈະຢູ່ທີ່ນັ້ນເພື່ອໄວ້ອາໄລພວກເຂົາ. ຄຳວ່າ "ຂີ້ເຫຍື້ອ" ສາມາດແປໃຫ້ເຫມືອນກັບວ່າ "ປະຕິເສດ" ຫລື "ຂີ້ສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ໃນເຫດການທັງຫມົດເຫລົ່ານີ້, ຄວາມໂກດແຄ້ນຂອງພ​ຣະ​ອົງບໍ່ໄດ້​ບັນ​ເທົາລົງ, ແຕ່ກົງ​ກັນຂ້າມ, ພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກ

"ເຖິງແມ່ນວ່າສິ່ງເຫລົ່ານີ້ທັງຫມົດໄດ້ເກີດຂຶ້ນແລ້ວ. ພຣະອົງຍັງໂກດຮ້າຍຢູ່ ແລະ ພຣະຫັດຂອງພຣະອົງ"

ພ​ຣະ​ຫັດຂອງພ​ຣະ​ອົງຍັງຢຽດອອກ

ໃນນີ້ຄຳວ່າ "ພຣະຫັດ" ເປັນຕົວແທນເຖິງຣິດອຳນາດຂອງພຣະເຈົ້າ ແລະ ການຄວບຄຸມ. ເອຊາຢາເວົ້າເຫມືອນກັບວ່າ ພຣະຢາເວເປັນຄົນຫນຶ່ງກ່ຽວກັນການຕີອີກຄົນຫນຶ່ງດ້ວຍກໍາປັ້ນ. ນີ້ແມ່ນການປຽບທຽບທີ່ພຣະຢາເວລົງໂທດອິດສະຣາເອນ. ອາດແປໄດ້ອີກວ່າ: "ພຣະອົງຍັງພ້ອມທີ່ຈະສືບຕໍ່