lo_tn/isa/05/15.md

5.2 KiB

ມະນຸດຈະຖືກບີບບັງຄັບໃຫ້ກົ້ມຕົວລົງ, ແລະ ມະນຸດຈະຖືກ​ເຮັດ​ໃຫ້ຕົກຕໍ່າລົງ

ສຳນວນຖືກໃຊ້ເຂົ້າກັນ ມີຄວາມຫມາຍເຖິງສິ່ງດຽວກັນ ແລະ ຖືກໃຊ້ເພື່ອລວມມັນເຂົ້າກັນເພື່ອເນັ້ນຫນັກເທົ່ານັ້ນ. ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະເຈົ້າຈະເຮັດໃຫ້ທຸກຄົນກົ້ມຂາບລົງ ແລະຕົກຕໍ່າລົງ." ເບິ່ງວິທີການແປນີ້ເພີ່ມເຕີມທີ່ຄຳສັບຄ້າຍຄືກັນໃນ 2:9. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-activepassive]])

ມະນຸດຈະຖືກບີບບັງຄັບໃຫ້ກົ້ມຕົວລົງ, ແລະ ມະນຸດຈະຖືກ​ເຮັດ​ໃຫ້ຕົກຕໍ່າລົງ

ເຫດການໃນອານາຄົດ ຖືກເວົ້າເຫມືອນກັບວ່າ ພວກມັນໄດ້ເກີດຂຶ້ນແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ມະນຸດຈະຖືກ​ເຮັດ​ໃຫ້ຕົກຕໍ່າລົງ

ກົ້ມຂາບລົງມັກເປັນສັນຍາລັກເຖິງຄວາມຖ່ອມໃຈ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ໃນຕາຂອງຄົນທີ່ຍິ່ງຈອງຫອງຈະຖືກທຳລາຍ

ການເບິ່ງຕໍ່າ ມັກຖືກໃຊ້ເປັນສັນຍາລັກຂອງຄວາມອັບອາຍ. ອາດແປໄດ້ອີກວ່າ: "ໃນຕາຂອງຄົນທີ່ຍິ່ງຈອງຫອງຈະອັບອາຍ" ຫລື "ປະຊາຊົນຜູ້ທີ່ຍິ່ງຈອງຫອງຈະຖືກອັບອັບ." ເບິ່ງວິທີການແປນີ້ເພີ່ມເຕີມທີ່ຄຳສັບຄ້າຍຄືກັນໃນ 2:9. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຍິ່ງຈອງຫອງ

ຍິ່ງຈອງຫອງທີ່ນີ້, ເປັນຄົນທີ່ໂອ້ອວດ ຖືກເວົ້າເຫມືອນກັບວ່າ ພວກເຂົາຢູ່ສູງກວ່າຄົນອຶ່ນໆ. ອາດແປໄດ້ອີກວ່າ: "ຄວາມໂອ້ອວດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະຢາ​ເວຈອມໂຢທາຈະຊົງເປັນ​ທີ່​ສັນ​ລະເສີນ​ໃນຄວາມຍຸດຕິທຳຂອງພຣະອົງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນຈະສັນລະເສີນພຣະຢາເວຈອມໂຢທາ ເພາະວ່າພຣະອົງຊົາວຄວາມຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພຣະຢາ​ເວຈອມໂຢທາ

ການແປນີ້ເຫມືອນກັນກັບໃນ 1:9.

ຈະຊົງເປັນ​ທີ່​ສັນ​ລະເສີນ

ເປັນ​ທີ່​ສັນ​ລະເສີນຖືກເວົ້າເຫມືອນກັບວ່າ ເປັນທີ່ຖືກຍົກໃຫ້ສູງ. ອາດແປໄດ້ອີກວ່າ: "ຈະເປັນທີ່ນັບຫນ້າຖືຕາຢ່າງສູງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຝູງແກະຈະຫາກິນຄືກັນກັບເປັນທົ່ງຫຍ້າຂອງພວກມັນ​ເອງ

ພຣະຢາເວຈະທຳລາຍເມືອງເຢຣູຊາເລັມ, ຊຶ່ງຖືກເອີ້ນວ່າ "ສວນອະງຸ່ນ" ໃນ 5:1. ມັນຈະກາຍເປັນບໍ່ມີຫຍັງດີ ນອກຈາກຫຍ້າສຳລັບຝູງແກະໃນທີ່ນັ້ນເທົ່ານັ້ນ.

ເລັມ​ຫຍ້າ

ກິນຫຍ້າ

ພວກລູກແກະກໍຈະເລັມ​ຫຍ້າຄືກັນ​ກັບຄົນຕ່າງຊາດ

ນັ້ນແມ່ນ, ພວກລູກແກະຈະເລັມຫຍ້າທີ່ນັ້ນ. ແຜ່ນດິນຈະບໍ່ມີປະໂຫຍກຫຍັງ ສຳລັບໃຊ້ເຮັດອັນອຶ່ນອີກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)