lo_tn/isa/05/13.md

3.9 KiB

ຂໍ້ມູນທົ່ວໄປ:

ຂໍ້ພຣະຄຳພີເຫລົ່ານີ້ບອກເຖິງວ່າມີຫຍັງຈະເກີດຂຶ້ນກັບປະຊາຊົນຍ້ອນວ່າພວກເຂົາບໍ່ໄດ້ເຊື່ອຟັງພຣະເຈົ້າ.

ຊົນຊາດຂອງຂ້າ​ພະ​ເຈົ້າຕໍ່ມາໄດ້ຕົກເປັນຊະເລີຍ

ໃນການທຳນວາຍເຖິງສິ່ງຕ່າງໆທີ່ຈະເກີດຂຶ້ນໃນອານາຄົດມັກຈະຫມາຍຄວ່າພວກມັນໄດ້ເກີດຂຶ້ນແລ້ວ. ສາມາດເນັ້ນຫນັກໃຫ້ເຫັນວ່າຄຳພະຍາກອນຈະເກີດມາເປັນຄວາມຈິງ. ອາດແປໄດ້ອີກວ່າ: "ເຫລົ່າສັດຕຣູຈາກປະເທດອຶ່ນຈະນຳປະຊາຊົນຂອງເຮົາ, ອິດສະຣາເອນໄປ, ເຫມືອນດັ່ງທາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເພາະຂາດຄວາມເຂົ້າໃຈ

ສິ່ງທີ່ພວກເຂົາບໍ່ເຂົ້າໃຈ ສາມາດເວົ້າໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ຍ້ອນວ່າພວກເຂົາບໍ່ເຂົ້າໃຈພຣະຢາເວ ຫລື ກົດບັນຍັດຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເພາະສະນັ້ນແດນ​ຄົນ​ຕາຍ​ກໍ​ໄດ້ເປັນສາເຫດໃຫ້​ຄວາມ​ກະ​ຫາຍ​ຂອງ​ມັນ​ຫລາຍ​ຂື້ນ ແລະ ອ້າປາກຂອງມັນກວ້າງຂຶ້ນອີກ

ສຳນວນນີ້ຖືກເວົ້າວ່າແດນຄົນຕາຍ, ຊຶ່ງທີ່ນີ້ຫມາຍຄວາມວ່າ ອຸໂມງຝັງສົບ, ໃຫ້ແກ່ສັດທີ່ພ້ອມທີ່ກິນສັດອຶ່ນອີກຢູ່ແລ້ວ. ມັນຫມາຍຄວາມວ່າຫລາຍ, ຫລາຍຄົນຈະຕາຍ. ອາດແປໄດ້ອີກວ່າ: "ຄວາມຕາຍເປັນເຫມືອນຄວາມຫີວໂຫຍຂອງສັດທີ່ໄດ້ເປີດປາກກວ້າງທີ່ຈະກີນຫລາຍຄົນຫມົດໄປເສຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກ​ຄົນ​ສູງ​ສັກ, ປະຊາຊົນ, ພວກຜູ້ນຳຂອງພວກເຂົາ, ແລະ ພວກ​ສຳ​ມາ​ເລ​ເທ​ເມົາ ແລະ ຜູ້ຄົນເຫລົ່າ​ນັ້ນທີ່ມີຄວາມສຸກໃນບັນດາພວກເຂົາ, ກໍໄດ້ຕົກລົງໄປໃນທີ່ດິນແດນຂອງຄົນຕາຍ

ຜູ້ປະກາດພຣະທຳເວົ້າເຖິງອານາຄົດເຫມືອນກັບວ່າມັນກຳລັງເກີດຂຶ້ນໃນເວລານີ້. ອາດແປໄດ້ອີກວ່າ: "ປະຊາຊົນອິດສະຣາເອນຫລາຍໆຄົນ, ຄົນສຳຄັນຂອງພວກເຂົາ ແລະ ຄົນທຳມະດາ, ບັນດາຜູ້ນຳຂອງພວກເຂົາ ແລະ ຄົນເຫລົ່ານັ້ນທີ່ພໍໃຈກັບການຮ່ວມຂອງຝູງສັດຮ້າຍ, ຈະເຂົ້າໄປໃນແດນຄົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)