lo_tn/isa/05/07.md

5.1 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາອະທິບາຍຄຳອຸປະມາຂອງສວນອະງຸ່ນ.

ສໍາລັບສວນອະງຸ່ນຂອງພຣະຢາເວ​ຈອມ​ໂຢ​ທາ​ແມ່ນເຊື້ອສາຍແຫ່ງອິດສະຣາເອນ

"ສໍາລັບສວນອະງຸ່ນຂອງພຣະຢາເວ​ຈອມ​ໂຢ​ທາ​ແມ່ນເຊື້ອສາຍແຫ່ງອິດສະຣາເອນ" ຫລື "ປະຊາຊົນອິດສະຣາເອນເປັນເຫມືອນສວນອະງຸ່ນຂອງພຣະຢາເວ, ອົງພຣະຜູ້ເປັນເຈົ້າຂອງບັນດາທະຫານເທວະດານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parables)

ເຊື້ອສາຍແຫ່ງອິດສະຣາເອນ

ບັນດາຊົນຊາດ ແລະ ກຸ່ມເຜົ່າຕ່າງໆ ຖືກເວົ້າໃນພຣະຄຳພີເຫມືອນກັບວ່າເຂົາເປັນເຮືອນຕ່າງໆ, ນັ້ນແມ່ນ, ຄອບຄົວຕ່າງໆ. ອາດແປໄດ້ອີກວ່າ: "ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນຢູດາເປັນສິ່ງ​ທີ່​ປູກ​ໄວ້ຂອງ​ພ​ຣະ​ອົງ​ທີ່​ຊົງ​ພໍ​ພ​ຣະ​ໄທ

ປະຊາຊົນຢູດາເປັນເຫມືອນສວນອະງຸ່ນທີ່ໃຫ້ປະຊາຊົນພໍໃຈໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄົນຢູດາ

ໃນນີ້ຄຳວ່າ "ຄົນ" ເປັນຕົວແທນເຖິງປະຊາຊົນທັງຫມົດຂອງຢູດາ. ອາດແປໄດ້ອີກວ່າ: "ປະຊາຊົນຢູດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ພ​ຣະ​ອົງ​ໄດ້​ຊົງ​ລໍ​ຖ້າ​ຄວາມ​ຍຸດ​ຕິ​ທຳ, ແຕ່ແທນທີ່ຈະເປັນ​ຢ່າງ​ນັ້ນ, ກົງກັນ​ຂ້າມ​ກັບມີແຕ່ການຂ້າ

ນີ້ສາມາດປ່ຽນເປັນຄຳນາມທີ່ບໍ່ມີຕົວ "ຄວາມຍຸດຕິທຳ" ສາມາດສະແດງໃຫ້ເປັນຄຳກິລິຍາໄດ້ "ເຮັດສິ່ງທີ່ຍຸດຕິທຳ." ຄຳນາມທີ່ບໍມີຕົວຕົນ "ການຂ້າ" ສາມາດສະແດງເຫມືອນກັບວ່າ "ໄດ້ຂ້າເຊິ່ງກັນ ແລະກັນ." ອາດແປໄດ້ອີກວ່າ: "ພຣະຢາເວລໍຖ້າສຳລັບປະຊາຊົນທີ່ຈະເຮັດໃນສິ່ງທີ່ຖືກຕ້ອງເປັນທຳ, ແຕ່ພວກເຂົາຂ້າເຊິ່ງກັນແລະກັນແທນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄວາມ​ຍຸດ​ຕິ​ທຳ

ສຳນວນ "ພຣະອົງລໍຖ້າ" ຖືກປະປ່ອຍແຕ່ມັນສາມາດເຂົ້າໃຈໄດ້, ຄວາມເຂົ້າໃຈຂໍ້ມູນນີ້ ສາມາດຖືກເພີ່ມເຮັດໃຫ້ຄວາມຫມາຍແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ພຣະອົງລໍຖ້າຄວາມຊອບທຳ" ຫລື "ພຣະອົງລໍຖ້າໃຫ້ພວກເຂົາເຮັດໃນສິ່ງທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ແຕ່, ສຽງ​ການຮ້ອງຂໍຄວາມຊ່ວຍເຫລືອ

"ແຕ່, ສຽງ​ການຮ້ອງຂໍຄວາມຊ່ວຍເຫລືອ" ເຫດຜົນທີ່ປະຊາຊົນຮ້ອງຂໍຄວາມຊ່ວຍເຫລືອສາມາດເຮັດໃຫ້ແຈ່ມແຈ້ງໄດ້. ອາດແປໄດ້ອີກວ່າ: "ແທນທີ່, ຄົນເຫລົ່ານັ້ນຜູ້ທີ່ມີຄວາມອ່ອນແອໄດ້ຮ້ອງຂໍໃຫ້ບາງຄົນເພື່ອຊ່ວຍເຫລືອພວກເຂົາເພາະຄົນອື່ນກໍ່ລັງຈະຂ້າພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ສຽງ​ການຮ້ອງຂໍ

ການສະແດງອອກນີ້ ຄວາມຫມາຍແມ່ນການຮ້ອງອອກສຽງຫລາຍເທື່ອຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: gs_genericnoun)