lo_tn/isa/05/03.md

4.1 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ໃນຄຳອຸປະມາຂອງສວນອະງຸ່ນ, ເຈົ້າຂອງສວນອະງຸ່ນ, ຜູ້ທີ່ເປັນຕົວແທນຄືພຣະເຈົ້າ, ເວົ້າກັບປະຊາຊົນຂອງເຢຣູຊາເລັມ ແລະ ຢູດາກ່ຽວກັບສວນອະງຸ່ນຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parables)

ບັດນີ້ປະຊາວນະ​ຄອນເຢຣູຊາເຣັມ ແລະ ຊາວຢູດາ

ການສະແດງເຫລົ່ານີ້ຫມາຍເຖິງປະຊາຊົນທັງຫມົດຜູ້ທີ່ອາໄສຢູ່ໃນເຢຣູຊາເລັມ ແລະ ຢູດາ, ດັ່ງນັ້ນພວກເຂົາສາມາດແປໃຫ້ເປັນຄຳນາມຈຳນວນຫລາຍໄດ້. ອາດແປໄດ້ອີກວ່າ: "ພວກເຈົ້າທັງຫມົດຜູ້ທີ່ອາໄສຢູ່ໃນເຢຣູຊາເລັມ ແລະ ຢູດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເຢຣູຊາເຣັມ ... ຢູດາ

"ຢູດາ" ເປັນຊື່ຂອງອານາຈັກທາງໃຕ້ຂອງອິດສະຣາເອນ, ແລະ ເຢຣູຊາເລັມເປັນເມືອງຫລວງ.

ຕັດສິນລະຫວ່າງຂ້າ​ພະ​ເຈົ້າກັບສວນອະງຸ່ນຂອງຂ້າ​ພະ​ເຈົ້າ

ແນວຄວາມຄິດຂອງການແຍກສອງສິ່ງ ມັກຖືກໃຊ້ໃນການສະແດງແນວຄວາມຄິດຂອງການເລືອກສິ່ງໃດສິ່ງຫນຶ່ງ. ອາດແປໄດ້ອີກວ່າ: "ຕັດສິນຜູ້ທີ່ໄດ້ເຮັດຖືກຕ້ອງ, ເຮົາ ຫລື ສວນອະງຸ່ນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ມີຫຍັງທີ່​ຈະສາມາດເຮັດກັບສວນອະງຸ່ນຂອງຂ້າ​ພະ​ເຈົ້າ​ໄດ້​ອີກ, ທີ່ຂ້າ​ພະ​ເຈົ້າ​ຍັງບໍ່ໄດ້ເຮັດໃຫ້​ກັບສວນນັ້ນ?

ເຈົ້າຂອງສວນໃຊ້ຄຳຖາມນີ້ ເພື່ອເຮັດໃຫ້ເປັນປະໂຫຍກກ່ຽວກັບສ່ວນອະງຸ່ນຂອງລາວ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາໄດ້ເຮັດທຸກໆສິ່ງທີ່ເຮົາສາມາດເຮັດໄດ້ ສຳລັບສວນອະງຸ່ນຂອງເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເມື່ອຂ້າ​ພະ​ເຈົ້າຄາດຫວັງວ່າສວນນັ້ນຈະຜະລິດຫມາກອະງຸ່ນ, ແຕ່ເປັນຫຍັງມັນຈຶ່ງອອກເປັນຫມາກອະງຸ່ນສົ້ມໄດ້?

ເຈົ້າຂອງສວນໃຊ້ຄຳຖາມນີ້ ເພື່ອເວົ້າເຖິງສວນອະງຸ່ນຂອງລາວຈະເກີດຫມາກອະງຸ່ນທີ່ດີ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາຕ້ອງການໃຫ້ສວນເກີດຫມາກອະງຸ່ນທີ່ດີ, ແຕ່ສວນພັດເກີດແຕ່ຫມາກອະງຸ່ນສົ້ມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)