lo_tn/isa/05/01.md

3.0 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາກ່າວຄຳອຸປະມາກ່ຽວກັບຊາວກະເສດ ແລະ ສວນອະງຸ່ນຂອງລາວ. ຊາວກະເສດເປັນຕົວແທນເຖິງພຣະເຈົ້າ ແລະ ສວນອະງຸ່ນເປັນຕົວແທນເຖິງປະຊົນຢູດາ, ອານາຈັກທາງໃຕ້ຂອງຊາວອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parables)

​ຜູ້ທີ່ເປັນ​ທີ່ຮັກຂອງຂ້າ​ພະ​ເຈົ້າ

"ເພື່ອນທີ່ຮັກຂອງເຮົາເອີຍ"

ຢູ່ເທິງພູເຂົ​າທີ່ມີຄວາມອຸດົມສົມບູນຫລາຍ

"ເທິງເນີນພູເຂົາບ່ອນທີ່ພືດພັນສາມາດປູກໄດ້ດີທີ່ສຸດ"

ລາວໄດ້ຂຸດສວນນັ້ນ

"ລາວໄດ້ກຽມດິນ." ນີ້ເປັນການສະແດງທີ່ມີຄວາມຫມາຍໃນການໃຊ້ອຸປະກອນຂຸດລົງໄປໃນດິນເພື່ອກຽມດິນເພື່ອສຳລັບການປູກ.

ລາວໄດ້ສ້າງຫໍ​ຄອຍ​ຫລັງ​ຫນຶ່ງ​ໄວ້ຢູ່ກາງສວນນັ້ນ

"ລາວໄດ້ສ້າງຕຶກສູງຫລັງ​ຫນຶ່ງ​ໄວ້ຢູ່ກາງສວນອະງຸ່ນເພື່ອໄວ້ສອດແນມສວນນັ້ນ." ບາງຄົນຈະຢືນຢູ່ເທິງຂອງຫໍຄອຍ ສອດແນມສວນອະງຸ່ນ ແລະ ເຮັດໃຫ້ຫມັ້ນໃຈວ່າບໍ່ມີສັດ ຫລື ຄົນເຂົ້າໄປໃນສວນ. ຄວາມຫມາຍເຕັມຂອງຂອງປະໂຫຍກສາມາດເຮັດໃຫ້ແຈ່ມແຈ້ງໄດ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ສ້າງບ່ອນເຮັດເຫລົ້າອະງຸ່ນ​ໄວ້​ນຳ

"ຂຸດສ້າງໄວ້ບີບເຫລົ້າອະງຸ່ນ​ໄວ້​ນຳ." ສ້າງບ່ອນບີບເຫລົ້າອະງຸ່ນເປັນບ່ອນຕໍ່າທີ່ສະກັດຫີນຢູ່ໃນພື້ນດິນບ່ອນທີ່ຄົນງານຈະຍ່າງເທິງຫມາກອະງຸ່ນເພື່ອຢຽບພວກມັນດ້ວຍຕີນ, ເພື່ອບີບນໍ້າອະງຸ່ນອອກມາ.

ຫມາກອະງຸ່ນສົ້ມເທົ່ານັ້ນ

"ຫມາກອະງຸ່ນທີ່ບໍ່ມີຄຸນຄ່າ" ຫລື "ຫມາກອະງຸ່ນທີ່ລົດຊາດບໍ່ດີ"