lo_tn/isa/04/03.md

5.7 KiB

ມີຜູ້ທີ່ເຫລືອໃຫ້ຢູ່ໃນຊີໂອນ ແລະ ຜູ້ທີ່ຍັງຄົງເຫລືອຢູ່ໃນກຸງເຢຣູຊາເລັມ

ທັງສອງປະໂຫຍກເຫລົ່ານີ້ ມີຄວາມຫມາຍຄືກັນ. ໃນນີ້ຄຳວ່າ "ມີຜູ້ທີ່" ບໍ່ໄດ້ຫມາຍເຖິງຄົນໃດຄົນຫນຶ່ງ ແຕ່ຫມາຍເຖິງປະຊາຊົນໂດຍທົ່ວໄປ ຜູ້ທີ່ຍັງຄົງມີຊີວິດຢູ່ໃນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ທຸກໆຄົນຜູ້ທີ່ຍັງເຫລືອຢູ່ໃນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-genericnoun]])

ໄດ້ຮັບການຊົງເອີ້ນໃຫ້ບໍລິສຸດ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຜູ້ເປັນເຈົ້າຈະເອີ້ນພວກເຂົາໃຫ້ເປັນຄົນບໍຣິສຸດ" ຫລື "ຈະກາຍເປັນຂອງອົງພຣະຜູ້ເປັນເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທຸກຄົນທີ່ຖືກບັນທຶກໄວ້ວ່າມີຊີວິດຢູ່ໃນກຸງເຢຣູຊາເລັມ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທຸກໆຄົນຜູ້ທີ່ມີຊື່ທີ່ຖືກຈົດໄວ້ໃນບັນຊີຂອງປະຊາຊົນຜູ້ທີ່ອາໄສຢູ່ໃນເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມື່ອອົງພຣະຜູ້ເປັນເຈົ້າ ຈະຊົງຊຳລະລ້າງຄວາມເປິເປື້ອນຂອງລູກຍິງທັງຫລາຍຂອງຊີໂອນ

ການເວົ້ານີ້ສະແດງອອກໃຫ້ເຫັນເຖິງຄວາມບາບ ເປັນເຫມືອນຄວາມເປີເປື້ອນທາງຮ່າງກາຍ. ອາດແປໄດ້ອີກວ່າ: "ຫລັງຈາກທີ່ພຣະຜູ້ເປັນເຈົ້າໄດ້ຍົກຄວາມບາບຂອງລູກສາວຂອງຊີໂອນແລ້ວ ເຫມືອນກັນກັບບາງຄົນໄດ້ຊຳລະລ້າງສິ່ງສົກກະປົກໃຫ້ຫມົດໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກຍິງທັງຫລາຍຂອງຊີໂອນ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ພວກຜູ້ຍິງຂອງເຢຣູຊາເລັມ ຫລື 2) ປະຊາຊົນຂອງເຢຣູຊາເລັມ.

ແລະ ຈະຊຳລະຄາບໂລຫິດຈາກທ່າມກາງກຸງເຢຣູຊາເລັມ

"ຄາບໂລຫິດ" ທີ່ນີ້ເປັນຕົວແທ່ນເຖິງຄວາມຮຸນແຮງ ແລະ ການຂ້າຟັນກັນ. ອາດແປໄດ້ອີກວ່າ: "ແລະຈະເອົາຄົນເຫລົ່ານັ້ນທີ່ຢູ່ໃນເຢຣູຊາເລັມ ຜູ້ທີ່ທຳຮ້າຍປະຊາຊົນທີ່ບໍ່ມີຄວາມຜິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂດຍວິນຍານແຫ່ງການພິພາກສາ ແລະ ວິນຍານແຫ່ງແປວໄຟ

ນີ້ແມ່ນວິທີທີ່ພຣະເຈົ້າຈະຍົກຄວາມຜິດບາບຈາກເຢຣູຊາເລັມ. ທີ່ນີ້ "ວິນຍານ" ເປັນຕົວແທນຂອງກິດຈະກຳການຕັດສິນ ແລະການເຜົາຜານດ້ວຍໄຟຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ໂດຍການພິພາກສາ ແລະ ໂດຍໄຟທີ່ເຜົາຜານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ວິນຍານແຫ່ງການພິພາກສາ

ູຄວາມຫມາຍທີ່ອາດເປັນໄປໄດ້ 1) ພຣະຢາເວຈະລົງໂທດປະຊາຊົນ ຫລື 2) ພຣະຢາເວຈະປະກາດວ່າປະຊາຊົນມີຄວາມຜິດ.

ວິນຍານແຫ່ງແປວໄຟ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ເປັນການປຽບທຽບທີ່ຫມາຍຄວາມວ່າ ພຣະຢາເວຈະຍົກໂທດໃຫ້ແກ່ພວກຄົນບາບຈາກ ຊີໂອນເຫມືອນກັບໄຟທີ່ຊຳລະຄວາມບໍ່ບໍຣິສຸດ ຫລື 2) "ໄຟທີ່ເຜົາຜານ" ເປັນການປຽບທຽບທີ່ເປັນຕົວແທນເຖິງການທຳລາຍໂດຍທົ່ວໄປ ຂອງພວກຄົນບາບທັງຫມົດ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])