lo_tn/isa/03/24.md

3.8 KiB
Raw Permalink Blame History

ຜ້າຄາດແອວ

ເປັນສິ້ນສ່ວນຂອງເຄື່ອງນຸ່ງ ທີປະຊາຊົນໃຊ້ສວມໃສ່ອ້ອມຮອບແອວ ຫລື ອ້ອມຮອບຫນ້າເອີກ. ເບິ່ງວິທີການແປນີ້ເພີ່ມເຕີມໃນ 3:18.

ເຊືອກຮັດ

ນີ້ອາດຈະຫມາຍເຖິງເຊືອກ ທີ່ເຫລົ່າສັດຕຣູຈະມັດປະຊາຊົນຊາວຢູດາ ເມື່ອພວກເຂົາຖືກຈັບໄປເປັນຊະເລີຍ. ຫລື ມັນອາດຈະຫມາຍຄວາມວ່າ ເຢຣູຊາເລັມຈະບໍ່ມີສິ່ງໃດ ທີຈະນຸ່ງ ແຕ່ສວມໃສ່ເຊືອກມັດໄວ້.

ຫົວລ້ານແທນຜົມທີ່ຈະຈັດຊົງຢ່າງດີ

ຫົວລ້ານແທນຜົມທີ່ຈະຈັດຊົງ - "ຜົມງາມໆ, ຫົວຂອງພວກເຂົາຈະກາຍເປັນຫົວລ້ານ"

ພວກຜູ້ຊາຍຂອງເຈົ້າຈະລົ້ມລົງດ້ວຍດາບ, ແລະ ພວກຜູ້ຊາຍທີ່ແຂງແຮງຂອງພວກເຈົ້າຈະລົ້ມລົງໃນສົງຄາມ

ການລົ້ມລົງເປັນຕົວແທນເຖິງການຂ້າຟັນ, ແລະດາບເປັນຕົວແທນເຖິງສົງຄາມ. ອາດແປໄດ້ອີກວ່າ: "ພວກຜູ້ຊາຍຂອງເຈົ້າ ຈະຖືກຂ້າໃນສົງຄາມ, ແລະ ພວກຜູ້ຊາຍທີ່ແຂງແຮງຈະຖືກຂ້າໃນສົຄາມເຊັ່ນກັນ" ຫລື "ເຫລົ່າສັດຕຣູຈະຂ້າພວກທະຫານຂອງເຈົ້າໃນສົງຄາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປະຕູນະຄອນເຢຣູຊາເລັມຈະເປັນທຸກ ແລະ ໂສກເສົ້າ

ເອຊາຢາເວົ້າກ່ຽວກັບປະຕູເມືອງທີ່ໂສກເສົ້າ ເຫມືອນກັບວ່າ ພວກເຂົາເປັນປະຊາຊົນ ທີ່ເຫມືອນກັບວ່າປະຊາຊົນຜູ້ທີ່ເປັນທຸກໃນທີ່ສາທາລະນະ ໃກ້ກັບປະຕູນະຄອນ. ອາດແປໄດ້ອີກວ່າ: "ປະຊາຊົນເຢຣູຊາເລັມຈະນັ່ງລົງທີ່ປະຕູນະຄອນ ແລະ ຮ້ອງໄຫ້ ແລະ ໂສກເສົ້າໄຫວ້ທຸກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metonymy]])

ນາງຈະອ້າງວ້າງແລະ ນັ່ງລົງເທິງພື້ນດິນ

ເອຊາຢາເວົ້າເຫມືອນກັບວ່າ ປະຊາຊົນເຢຣູຊາເລັມ, ຜູ້ຊຶ່ງບໍ່ໃຜຈະປົກປ້ອງເຫລົ່າສັດຕຣູຂອງພວກເຂົາ, ເຫມືອນກັບວ່າ ພວກເຂົາເປັນເມືອງເອງ ແລະ ພວກເຂົາເປັນຜູ້ຍິງທີ່ນັ່ງລົງພື້ນດິນ ເພາະວ່າຫມູ່ເພື່ອນຂອງນາງທັງຫມົດໄດ້ປະຖິ້ມນາງເສຍແລ້ວ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metonymy]])