lo_tn/isa/03/13.md

6.0 KiB

ພຣະຢາເວຊົງຢືນຂຶ້ນເພື່ອເປັນຜູ້ກ່າວໂທດ; ພຣະອົງກຳລັງຢືນເພື່ອຊົງກ່າວໂທດຄົນເຫລົ່ານັ້ນ

ເອຊາຢາເວົ້າເຫມືອນກັບວ່າ ການຕັດສິນໃຈຂອງພຣະຢາເວທີ່ຈະທຳຮ້າຍປະຊາຊົນ ເຫມືອນກັບວ່າ ພຣະຢາເວໄດ້ນຳການກ່າວໂທດໃນຫ້ອງສານຕັດສິນນັ້ນ ຕໍ່ສູ້ປະຊາຊົນອິດສະຣາເອນ. ພາກສ່ວນທີ່ສອງຂອງແຖວນີ້ ມີຄວາມຫມາຍຄືກັນ ເຫມືອນກັບກັບພາກສ່ວນທຳອິດນັ້ນ, ແຕ່ການເວົ້າຄືວ່າເກືອບສິ້ນສຸດໄປແລ້ວ. ອາດແປໄດ້ອີກວ່າ: "ມັນເປັນເຫມືອນພຣະຢາເວໄດ້ເຂົ້າປະຈຳທີ່ ບ່ອນຂອງພຣະອົງໃນຫ້ອງສານຕັດສິນ ແລະ ປະຊາຊົນໄດ້ຖືກກ່າວໂທດແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ຢືນຂຶ້ນເພື່ອເປັນຜູ້ກ່າວໂທດ

ການຕັດສິນເວົ້າເຫມືອນກັບວ່າ ເປັນວັດຖຸທີ່ອັນຫນຶ່ງທີ່ສາມນຳຄົນເຂົ້າມາດ້ວຍການ. ອາດແປໄດ້ອີກວ່າ: "ຈະແຈ້ງການເຖິງການຕັດສິນຂອງພຣະອົງ" ຫລື "ຈະປະກາດເຖິງການຕັດສິນຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຈົ້າໄດ້ທຳລາຍສວນອະງຸ່ນແລ້ວ

ໃນນີ້ຄຳວ່າ "ເຈົ້າ" ຫມາຍເຖິງພວກຜູ້ອາວຸໂສ ແລະ ພວກຜູ້ປົກຄອງ. ພຣະຢາເວກຳລັງເວົ້າເຖິງປະຊາຊົນຂອງພຣະອົງ ເຫມືອນກັບວ່າ ພວກເຂົາເປັນສວນອະງຸ່ນ. ເຫມືອນບາງຄົນຜູ້ທີ່ລົ້ມແຫລວ ໃນການດູແລສວນອະງຸ່ນ ເພື່ອທີ່ວ່າເຫລົ່າອະງຸ່ນຈະບໍ່ມີຫມາກອະງຸ່ນອີກຕໍ່ໄປ, ພວກຜູ້ອາວຸໂສ ແລະ ພວກຜູ້ນຳເປັນຄົນເຮັດໃຫ້ຊາວອິດສະຣາເອນທໍ້ຖອຍຈາກການຮັບໃຊ້ພຣະເຈົ້າ. ອາດແປໄດ້ອີກວ່າ: "ປະຊາຊົນຂອງເຮົາເປັນເຫມືອນສວນອະງຸ່ນ, ແລະເຈົ້າໄດທຳລາຍມັນເສຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-metaphor]])

ຂອງທີ່ຮິບມາຈາກຄົນຍາກຈົນແມ່ນຢູ່ໃນເຮືອນຂອງພວກເຈົ້າ

"ສິ່ງຂອງທີ່ເຈົ້າເອົາມາຈາກຄົນຍາກຈົນ ແມ່ນຢູ່ໃນເຮືອນຂອງພວກເຈົ້າ"

ຄົນຍາກຈົນ

ນີ້ເປັນພຽງຊີ່ຄຸນນາມສາມາດແປໃຫ້ເປັນຄຳຄຸນນາມໄດ້. ອາດແປໄດ້ອີກວ່າ: "ຄົນເຫລົ່ານັ້ນຜູ້ທີ່ເປັນຄົນຍາກຈົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-nominaladj)

ເປັນຫຍັງພວກເຈົ້າຈຶ່ງບີບບັງຄັບປະຊາຊົນຂອງເຮົາ ແລະ ກະທຳການທໍລະມານຕໍ່ຄົນທຸກຍາກ?

ພຣະຢາເວຖາມຄຳຖາມນີ້ເພື່ອກ່າວໂທດພວກຜູ້ນຳຂອງປະຊາຊົນ. ການກ່າວໂທດສາມາດສະແດງໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຮົາໂກດຮ້າຍກັບເຈົ້າຜູ້ເປັນຄົນຊົ່ວເພາະວ່າເຈົ້າໄດ້ບີບບັງຄັບປະຊາຊົນຂອງເຮົາ ແລະ ໄດ້ກະທຳການທໍລະມານຕໍ່ຄົນຍາກຈົນ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ບີບບັງຄັບປະຊາຊົນຂອງເຮົາ

ການເຮັດໃຫ້ປະຊາຊົນທົນທຸກທໍລະມານ ຖືກເວົ້າເຫມືອນກັບວ່າການບີບບັງຄັບພວກເຂົາພ້ອມກັບຂອງຫນັກຫລາຍ. ອາດແປໄດ້ອີກວ່າ: "ໃຈດຳທຳຮ້າຍປະຊາຊົນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ກະທຳການທໍລະມານຕໍ່ຄົນທຸກຍາກ

ການເຮັດໃຫ້ປະຊາຊົນທົນທຸກທໍລະມານ ຖືກເວົ້າເຫມືອນກັບວ່າຢຽບຫນ້າຂອງພວກເຂົາລົງສູ່ພື້ນດິນ. ອາດແປໄດ້ອີກວ່າ: "ທຳຮ້າຍຄົນຍາກຈົນ ແລະ ເຮັດໃຫ້ພວກເຂົາທົນທຸກທໍລະມານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)