lo_tn/isa/03/10.md

5.8 KiB
Raw Permalink Blame History

ຈົ່ງບອກຄົນຊອບທຳວ່າພວກເຂົາຈະໄປໄດ້ດີ

"ຈົ່ງບອກຜູ້ຄົນທີ່ກຳລັງເຮັດສິ່ງທີ່ຖືກຕ້ອງ ທີ່ເຮົາຈະເຮັດໃນສິ່ງທີ່ດີຕອບຄົນນັ້ນ"

ຄົນຊອບທຳ

ນີ້ຫມາຍເຖິງຄົນຊອບທຳໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ປະຊາຊົນຜູ້ຊອບທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເພາະວ່າພວກເຂົາຈະກິນຜົນຂອງການກະທຳຂອງພວກເຂົາ

ການກະທຳຖືກເວົ້າເຫມືອນ ວ່າພວກມັນເປັນຕົ້ນໄມ້ ທີ່ໃຫ້ຜົນທີ່ສາມາດກິນໄດ້. ຜົນແມ່ນການຕອບແທນໃນສິ່ງດີທີ່ໄດ້ກະທຳ. ອາດແປໄດ້ອີກວ່າ: "ເພາະວ່າ ພວກເຂົາຈະໄດ້ຮັບຂອງຕອບແທນຂອງພວກເຂົາ ໃນການກະທຳດີຂອງພວກເຂົານັ້ນ" ຫລື "ເພາະວ່າ ພວກເຂົາຈະໄດ້ຮັບບໍາເຫນັດຂອງພວກເຂົາ ສຳລັບສິ່ງດີຕ່າງໆທີ່ ພວກເຂົາໄດ້ເຮັດມາແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາຈະກິນຜົນຂອງການກະທຳຂອງພວກເຂົາ

ຂໍ້ຄວາມພາສາເຮັບເຣີ ເຫລົ່ານີ້ເປັນຄຳແທນນາມທີ່ເປັນຈຳນວນຫລາຍ, ແຕ່ພວກມັນຫມາຍເຖິງ ຄົນໃດກໍ່ຕາມທີ່ເປັນຄົນຊອບທຳ. ນາຍແປສາມາດເລືອກໃຊ້ພວກເຂົາໃຫ້ເປັນຈຳນວນຫນ້ອຍໄດ້: "ລາວຈະກິນຜົນຂອງການກະທຳຂອງລາວ."

ເພາະການຕອບແທນທີ່ມືຂອງເຂົາໄດ້ກະທຳ

ໃນນີ້ຄຳວ່າ "ມື" ຫມາຍເຖິງການກະທຳທີ່ຄົນໆຫນຶ່ງໄດ້ເຮັດມາແລ້ວ. ອາດແປໄດ້ອີກວ່າ: "ສະລັບສິ່ງຊົ່ວຮ້າຍທີ່ຄົນໆຫນຶ່ງໄດ້ເຮັດກັບຄົນອື່ນ ຈະຖືກເຮັດກັບລາວເຊັ່ນກັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊົນຊາດຂອງເຮົາ ... ປະຊາຊົນຂອງເຮົາ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ເອຊາຢາກຳລັງເວົ້າ ແລະ "ຂອງເຮົາ" ຫມາຍເຖິງເອຊາຢາ, ຫລື 2) ພຣະຢາເວກຳລັງເວົາ ແລະ "ຂອງເຮົາ" ຫມາຍເຖິງພຣະຢາເວ.

ເດັກນ້ອຍກໍເປັນຜູ້ບີບບັງຄັບພວກເຂົາ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ຄົນຫນຸ່ມໄດ້ກາຍເປັນ ພວກຜູ້ນຳຂອງພວກເຂົາ ແລະ ພວກເຂົາກົດຂີ່ປະຊາຊົນ" ຫລື "ພວກຜູ້ນຳເປັນຂອງພວກເຂົາບໍ່ເປັນຜູ້ໃຫຍ່ ເຫມືອນກັບເດັກນ້ອຍ ແລະ ກົດຂີ່ປະຊາຊົນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກຜູ້ຍິງກໍປົກຄອງເຫນືອພວກເຂົາ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ພວກຜູ້ຍິງປົກຄອງເຫນືອປະຊາຊົນ" ຫລື 2) "ພວກຜູ້ນຳຂອງພວກເຂົາກໍອ່ອນແອເຫມືອນກັບຜູ້ຍິງ."

ຄົນເຫລົ່ານັ້ນທີ່ນຳທາງພວກເຈົ້າໄດ້ນຳພວກເຈົ້າໃຫ້ຫລົງທາງໄປ ແລະ ເຮັດໃຫ້ການນຳທາງຂອງພວກເຈົ້າສັບສົນ

ມັນເປັນທຳມະດາໃນຄົນບູຮານໃນຕາເວັນອອກກາງທີ່ເວົ້າ ເຫມືອນກັບວ່າບັນດາຜູ້ນຳຊົນຊາດ ເຫມືອນກັບພວກເຂົາເປັນຜູ້ລ້ຽງແກະ. ເຫມືອນຜູ້ລ້ຽງແກະນຳຝູງແກະໄປໃນເສັ້ນທາງທີ່ດີໃຫ້ປອດໄພ, ພວກຜູ້ນຳຄວນສອນປະຊາຊົນເຖິງຄວາມຈິງ ແລະ ຊ່ວຍພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ. ພວກຜູ້ນຳຢຸດາບໍ່ໄດ້ເຮັດຢ່າງນີ້ເລີຍ. ອາດແປໄດ້ອີກວ່າ: "ພວກຜູ້ນຳຂອງເຈົ້າເປັນເຫມືອນພວກຜູ້ລ້ຽງທີ່ຊົ່ວຮ້າຍ ຜູ້ໄດ້ນຳພວກເຈົ້າໃຫ້ຫັນຫນີຈາກທາງດີ ແລະ ບໍ່ໄດ້ສຳແດງທາງບ່ອນທີ່ພວກເຈົ້າຈະໄປນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)