lo_tn/isa/03/08.md

3.6 KiB

ປະໂຫຍກເຊື່ອມຕໍ່:

ຜູ້ປະກາດພຣະທຳເລີ່ມໃຫ້ຄວາມເຫັນກ່ຽວກັບສະຖານະການີ້.

ເມືອງເຢຣູຊາເລັມໄດ້ສະດຸດ, ແລະຢູດາກໍລົ້ມລົງ

ການບໍ່ເຊື່ອຟັງພຣະເຈົ້າ ຖືກເວົ້າເຫມືອນກັບວ່າ ການສະດຸດ ແລະການລົ້ມລົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະເນດແຫ່ງພຣະສະຫງ່າຣາສີຂອງພຣະອົງ

ທີ່ນີ້ "ພຣະເນດ" ຫມາຍເຖິງພຣະເຈົ້າເອງ, ຜູ້ທີ່ເປັນສະຫງ່າຣາສີ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ການສະແດງອອກເທິງໃບຫນ້າຂອງພວກເຂົາກໍເປັນພະຍານປັກປຳຕໍ່ພວກເຂົາ

ການສະແດງອອກເຖິງຄວາມໂອຫັງ ທີ່ໃບຫນ້າຂອງປະຊາຊົນຜູ້ເວົ້າເຫມືອນກັບວ່າ ສາມາດເປັນພະຍານຕໍ່ສູ້ຄວາມໂອ້ອວດຂອງປະຊາຊົນ. ອາດແປໄດ້ອີກວ່າ: "ການສະແດງອອກເທິງໃບຫນ້າຂອງພວກເຂົາເຖິງຄວາມອວດຕົວ ສະແດງວ່າພວກເຂົາຕໍ່ຕ້ານພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ພວກເຂົາໄດ້ເວົ້າເຖິງຄວາມບາບຂອງພວກເຂົາເຫມືອນກັບເມືອງໂຊໂດມ; ພວກເຂົາບໍ່ໄດ້ປິດບັງຫຍັງເລີຍ

ໃນນີ້ປະຊາຊົນຢູດາຖືກເວົ້າເປັນເຫມືອນກັບປະຊາຊົນໂຊໂດມ, ເພາະວ່າພວກເຂົາອວດອ້າງກ່ຽວກັບຄວາມບາບຂອງພວກເຂົາຢ່າງເປີດເຜີຍ. ອາດແປໄດ້ອີກວ່າ: "ເປັນເຫມືອນກັບປະຊາຊົນໂຊໂດມ, ພວກເຂົາເວົ້າກ່ຽວກັບບາບຂອງພວກເຂົາ ແລະ ໃຫ້ທຸກໆຄົນຮູ້ຈັກກ່ຽວກັບພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເພາະວ່າພວກເຂົາໄດ້ເຮັດໃຫ້ໄພວິບັດມາສູ່ຕົນເອງຢ່າງເຕັມທີ່

ໄພພິບັດຍັງກຳລັງມາ, ແຕ່ປະຊາຊົນໄດ້ແລ້ວ ໃນສິ່ງທີ່ຈະເປັນໃຫ້ໄພພິບັດມາ. ເຫດທີ່ເຮັດໃຫ້ເກີດໄພພິບັດຖືກເວົ້າໃນທີ່ນີ້ເຫມືອນກັບວ່າພວກເຂົາເປັນໄພພິບັດໃນຕົວເອງ. ອາດແປໄດ້ອີກວ່າ: "ຍ້ອນພວກເຂົາໄດ້ທຸກສິ່ງທີ່ຈະເຮັດໃຫ້ເກີດໄພພິບັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)