lo_tn/isa/01/27.md

3.2 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຊີໂອນຈະໄດ້​ຮັບ​ການຖືກໄຖ່ດ້ວຍຄວາມຍຸດຕິທຳ, ແລະ ຜູ້ທີ່ກັບໃຈໃນເມືອງນັ້ນດ້ວຍຄວາມຊອບທຳ

ສາມາດເວົ້າໃນຮູບແບບການກະທຳໄດ້. ຄວາມຫມາຍເຕັມຂອງປະໂຫຍກນີ້ ສາມາດເຮັດໃຫ້ແຈ່ມແຈ້ງໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ 1) "ພຣະຢາເວຈະໄຖ່ຊີໂອນ ຍ້ອນວ່າປະຊາຊົນຢູ່ທີ່ນັ້ນ ເຮັດສິ່ງທີ່ຍຸດຕິທຳ, ແລະພຣະອົງຈະໄຖ່ຄົນເຫລົ່ານັ້ນທີ່ກັບໃຈໃຫມ່ ເພາະວ່າພວກເຂົາເຮັດຕາມສິ່ງທີ່ພຣະຢາເວເວົ້າວ່າຖືກຕ້ອງ" ຫລື 2) "ພຣະຢາເວຈະໄຖ່ຊີໂອນ ເພາະວ່າພຣະອົງຊົງຍຸດຕິທຳ, ແລະ ພຣະອົງຈະໄຖ່ຄົນເຫລົ່ານັ້ນຜູ້ທີ່ກັບໃຈໃຫມ່ ເພາະວ່າພຣະອົງແມ່ນຄວາມຊອບທຳ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-ellipsis]])

ຊີໂອນ

ນີ້ແມ່ນການປຽບທຽບສຳລັບ "ປະຊາຊົນຜູ້ທີ່ອາໄສຢູ່ເທິງພູເຂົາຊີໂອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກກະບົດ ແລະ ພວກຄົນບາບຈະຖືກທຳລາຍໄປພ້ອມກັນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະເຈົ້າຈະທຳລາຍຄົນເຫລົ່ານັ້ນ ຜູ້ທີ່ກະບົດ ແລະເຮັດບາບຕໍ່ສູ້ພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄົນ​ເຫລົ່າ​ນັ້ນທີ່ປະຖິ້ມພຣະຢາ​ເວກໍຈະຖືກທຳ​ລາຍໄປເຊັ່ນກັນ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະພຣະຢາເວຈະປະຖິ້ມຄົນເຫລົ່ານັ້ນທີ່ຫັນຫລັງຫນີໄປຈາກພຣະອົງ" ຫລື "ແລະພຣະຢາເວຈະຂ້າຜູ້ທີ່ປະຕິເສດພຣະອົງທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)