lo_tn/isa/01/24.md

4.7 KiB

ຂໍ້ມູນທົ່ວໄປ:

ເອຊາຢາເລີ່ມຕົ້ນກ່າວຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເພາະ​ສະນັ້ນ

"ເພາະຍ້ອນເຫດຜົນນັ້ນ"

ນີ້ແມ່ນການປະກາດຂອງ​ອົງພຣະຜູ້ເປັນເຈົ້າ

ຄຳນາມມະທຳ "ການປະກາດ" ສາມາດແປໃນຮູບແບບກິລິຍາໄດ້. ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າປະກາດ"

ເຮົາຈະແກ້ແຄ້ນຕໍ່ສັດຕູຂອງເຮົາ, ແລະ ລ້າງແຄ້ນຕໍ່ສັດຕູຂອງເຮົາ​ດ້ວຍ​ຕ​ົວເຮົາ​ເອງ

ທັງສອງສຳນວນເຫລົ່ານີ້ ພື້ນຖານແລ້ວມີຄວາມຄືກັນ. ຄຳວ່າ "ແກ້ແຄ້ນຕໍ່ສັດຕູຂອງເຮົາ" ເວົ້າເພີ່ມເຕີມເຖິງສິ່ງທີ່ພຣະຢາເວກຳລັງເຮັດຢູ່ ພຣະອົງຕ້ອງເຮັດກັບຄົນເຫລົ່ານັ້ນທີ່ມາຕໍ່ສູ້ພຣະອົງ ເພື່ອວ່າພຣະອົງສາມາດມີຄວາມສຸກໄດ້. ຄຳວ່າ "ລ້າງແຄ້ນຕໍ່ສັດຕູຂອງເຮົາ​" ເວົ້າເຫມືອນເພີ່ມເຕີມຂອງການລົງຢ່າງຍຸດຕິທຳຂອງພຣະຢາເວຕໍ່ເຫລົ່າສັດຕູຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາຈະລົງໂທດຄົນເຫລົ່ານັ້ນຜູ້ທີ່ຕໍ່ສູ້ເຮົາ" ຫລື "ເຮົາຈະເຮັດໃນສິ່ງທີ່ຫນໍ່າໃຈເຮົາ ສຳລັບຄົນເຫລົ່ານັ້ນຜູ້ທີ່ເຮັດການຕໍ່ສູ້ເຮົາ ແລະ ເຮົາຈະລົງໂທດເຫລົ່າສັດຕູຂອງເຮົາດ້ວຍຄວາມຍຸດຕິທຳ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຮົາຈະຢື່ນມືຂອງເຮົາ​ມາຕໍ່​ສູ້​ພວກເຈົ້າ

ທີ່ນີ້ "ມື" ຫມາຍເຖິງຣິດອຳນາດຂອງພຣະເຈົ້າ ຊຶ່ງພຣະອົງຈະໃຊ້ລົງໂທດປະຊາຊົນຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາຈະເລີ່ມໃຊ້ຣິດອຳນາດຂອງເຮົາທັງຫມົດຕໍ່ສູ້ພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອຊະລ້າງສິ່ງ​ສົກ​ກະ​ປົກຂອງເຈົ້າອອກ​ໄປຄືກັບຊະ​ລ້າງ​ດ້ວຍ​ນ້ຳ​ດ່າງ

ທີ່ນີ້ເປັນຂະບວນການໃນການທີ່ພຣະເຈົ້າ ຖອນຄວາມບາບຂອງປະຊາຊົນຂອງພຣະອົງ ຖືກເວົ້າເຫມືອນກັບວ່າ ນາງແຍກໂລຫະຈາກສິ່ງຕ່າງໆທີ່ປະສົມມັນຢູ່ນັ້ນ. ຄຳວ່າ "ນ້ຳ​ດ່າງ" ເພີ່ມການປຽບທຽບອີກຢ່າງຫນຶ່ງເຂົ້າໄປ, ເພາະວ່ານໍ້າດ່າງ ແມ່ນຖືກໃຊ້ໃນສະບູ, ບໍ່ແມ່ນໃນໂລຫະບໍລິສຸດ. ອາດແປໄດ້ອີກວ່າ: "ແລະເຫມືອນຟັງທີ່ຖອນເອົາສິ່ງສົກກະປົກອອກຈາກເງິນ, ເຮົາຈະຖອນຄວາມຊົ່ວຮ້າຍທັງຫມົດອອກຈາກທ່າມກາງພວກເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສິ່ງ​ສົກ​ກະ​ປົກ​

ນີ້ແມ່ນສິ່ງສົກກະປົກ ແລະ ສິ່ງອຶ່ນໆອີກທີ່ປະຊາຊົນໄດ້ເອົາອອກຈາກໂລກະ ເພື່ອວ່າໂລຫະຈະບໍລິສຸດ.