lo_tn/isa/01/23.md

3.3 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກເຈົ້ານາຍຂອງພວກເຈົ້າກໍເປັນພວກກະບົດ

"ພວກຜູ້ນຳຂອງພວກເຈົ້າເຈົ້າກໍກະບົດຕໍ່ສູ້ພຣະເຈົ້າ"

ເປັນສ່ວນຫນຶ່ງຂອງພວກໂຈນ

"ພວກເຂົາເປັນເພື່ອນກັບປະຊາຊົນຜູ້ທີ່ລັກຈາກຄົນອຶ່ນໆ"

ສິນບົນ ... ຜົນ​ຕອບ​ແທນ

ປະຊາຊົນຜູ້ທີ່ໃຫ້ "ສິນບົນ" ເຫມືອນກັບການໃຫ້ຂອງຂວັນແກ່ຜູ້ປົກຄອງທີ່ບໍ່ສັດຊື່ ດັ່ງບັນດາຜູ້ປົກຄອງຈະກະທຳສິ່ງບໍ່ຍຸດຕິທຳ. ຜູ້ປົກຄອງຮັບ "ຜົນຕອບແທນ" ເປັນຂອງຂວັນຈາກຄົນເຫລົ່ານັ້ນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກກົດຫມາຍທີ່ບໍ່ຍຸດຕິທຳ ທີ່ບັນດາຜູ້ປົກຄອງໄດ້ສົ່ງຕໍ່ມາໃຫ້.

ແລ່ນ​ນຳຜົນ​ຕອບ​ແທນ

ຄົນທີ່ປາຖະຫນາຢ່າງແຮງກ້າ ໃຫ້ຄົນບາງຄົນໃຫ້ສິນບົນກັບລາວຖືກເວົ້າເຫມືອນກັບວ່າຜົນຕອບແທນກຳລັງແລ່ນຫນີໄປ ແລະຄົນນັ້ນກຳລັງແລ່ນນຳມັນ. ອາດແປໄດ້ອີກວ່າ: "ທຸກຄົນທີ່ປາຖະຫນາໃຫ້ບາງຄົນຈ່າຍເງິນໃຫ້ກັບພວກເຂົາໃນການຕັດສິນທີ່ບໍ່ສັດຊື່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາບໍ່ປົກປ້ອງລູກທີ່ກຳ​ພ້າພໍ່

"ພວກເຂົາບໍ່ໄດ້ປົກປ້ອງຄົນເຫລົ່ານັ້ນທີ່ບໍ່ມີພໍ່ແລ້ວ"

ຫລືຄະ​ດີຂອງແມ່ຫມ້າຍກໍບໍ່ໄດ້ມາຢູ່ຕໍ່ຫນ້າພວກເຂົາ

"ບໍ່ໄດ້ຟັງພວກເຂົາເມື່ອບັນດາຍິງຫມ້າຍໄປຫາພວກເຂົາເພື່ອຂໍຄວາມຊ່ວຍເຫລືອໃຫ້ຕໍ່ສູ້ກັບຄົນເຫລົ່ານັ້ນຜູ້ທີ່ເຮັດຜິດກົດຫມາຍ" ຫລື "ແລະພວກເຂົາບໍ່ໄດ້ຊ່ວຍຍິງຫມ້າຍ ຜູ້ທີ່ໄປຂໍຄວາມຊ່ວຍເຫລືອ ໃຫ້ຕໍ່ສູ້ກັບຄົນເຫລົ່ານັ້ນຜູ້ທີ່ເຮັດຜິດກົດຫມາຍ"