lo_tn/isa/01/21.md

4.8 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເມືອງທີ່ສັດຊື່ແນວໃດ

ການປະກາດນີ້ ສະແດງໃຫ້ເຫັນເຖິງຄວາມໂກດຮ້າຍຂອງພຣະຢາເວ ແລະ ຄວາມໂສກເສົ້າກ່ຽວກັບປະຊາຊົນເຢຣູຊາເລັມ. ອາດແປໄດ້ອີກວ່າ: "ເບິ່ງວິທີທີ່ປະຊາຊົນເຢຣູຊາເລັມ, ຜູ້ທີ່ເຄີຍເປັນຄົນສັດຊື່ຕໍ່ພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ກາຍເປັນເມືອງໂສເພນີ

ເອຊາຢາປຽບທຽບປະຊາຊົນກັບຍິງໂສເພນີ ຜູ້ທີ່ບໍ່ໄດ້ສັດຊື່ຕໍ່ຜົວຂອງນາງ ແຕ່ຜູ້ທີ່ໄດ້ລັບນອນກັບຊາຍອຶ່ນເພື່ອເອົາເງິນ. ປະຊາຊົນບໍ່ໄດ້ສັດຊື່ຕໍ່ພຣະເຈົ້າຕໍ່ໄປອີກແລ້ວ ແຕ່ໄດ້ນະມັດສະການບັນດາພະທຽມ. ອາດແປໄດ້ອີກວ່າ: "ການກະທຳເຫມືອນຍິງໂສເພນີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເມືອງທີ່ເຄີຍເຕັມແຕ່ຄວາມຍຸຕິທຳ

ຄຳວ່າ "ນາງ" ຫມາຍເຖິງເຢຣູຊາເລັມ ແລະປະຊາຊົນເອງ. ຄົນເຫລົ່ານັ້ນຜູ້ທີ່ໄດ້ຂຽນພຣະຄຳພີ ສ່ວນໃຫຍ່ແລ້ວອ້າງອີງເມືອງຕ່າງໆເປັນເຫມືອນຜູ້ຍິງ. ອາດແປໄດ້ອີກວ່າ: "ປະຊາຊົນເຢຣູຊາເລັມຍຸຕິທຳ ແລະໄດ້ເຮັດສິ່ງທີ່ຖືກຕ້ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຕ່ຕອນນີ້ເມືອງ​ນັ້ນເຕັມໄປດ້ວຍພວກຄາດຕະກອນ

ຄຳວ່າ "ນາງ" ຫມາຍເຖິງເຢຣູຊາເລັມ ແລະປະຊາຊົນເອງ. ຄົນເຫລົ່ານັ້ນຜູ້ທີ່ໄດ້ຂຽນພຣະຄຳພີ ສ່ວນໃຫຍ່ແລ້ວອ້າງອີງເມືອງຕ່າງໆເປັນເຫມືອນຜູ້ຍິງ. ອາດແປໄດ້ອີກວ່າ: "ແຕ່ບັດນີ້ ປະຊາຊົນເຢຣູຊາເລັມເປັນພວກຄາດຕະກອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເງິນຂອງພວກເຈົ້າບໍ່ບໍຣິສຸດ, ເຫລົ້າອະງຸ່ນຂອງ​ພວກ​ເຈົ້າກໍປະສົມດ້ວຍນ້ຳ

ຄວາມຫມາຍທີ່ອາດເປັນໄປໄດ້ ທີ່ເອຊາຢາໃຊ້ເງິນແລະ ເຫລົ້າອະງຸ່ນປຽບທຽບສຳລັບ 1) "ພວກເຈົ້າເປັນເຫມືອນເງິນ ທີ່ບໍ່ບໍຣິສຸດອີກຕໍ່ໄປ, ແລະເຫມືອນເຫລົ້າອະງຸ່ນທີ່ປະສົມກັບນໍ້າ," ຫລື 2) ການກະທຳດີທີ່ປະຊາຊົນເຄີຍເຮັດເປັນປະຈຳ. ອາດແປໄດ້ອີກວ່າ: "ພວກເຈົ້າເຄີຍເຮັດສິ່ງທີ່ດີ, ແຕ່ບັດນີ້ຊົ່ວໄດ້ເຮັດໃຫ້ຄວາມດີຂອງພວກເຈົ້າຫມົດຄຸນຄ່າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເງິນ ... ບໍ່ບໍຣິສຸດ

ບາງຄົນທີ່ທຳຄວາມສະອາດເງິນເລື່ອຍໆ ຖ້າບໍ່ດັ່ງນັ້ນມັນຈະບໍ່ສ່ອງແສງປະກາຍອີກເລີຍ.

ເຫລົ້າອະງຸ່ນ ... ນ້ຳ

ເຫລົ້າອະງຸ່ນທີ່ມີນໍ້າຢູ່ນັ້ນລົດແຊບຈະຫນ້ອຍລົງ ແລະ ດັ່ງນັ້ນຈຶ່ງບໍ່ໄດ້ດີໄປກວ່ານໍ້າ.