lo_tn/isa/01/16.md

3.4 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງ​ຊະລ້າງ, ຈົ່ງລ້າງຮ່າງກາຍຂອງ​ເຈົ້າໃຫ້ສະອາດ

ທີ່ນີ້ ພຣະເຈົ້າປຽບທຽບກັນຄົນທີ່ຢຸດເຮັດບາບ ກັບຄົນທີ່ລ້າງຮ່າງກາຍຂອງລາວນັ້ນ. ອາດແປໄດ້ອີກວ່າ: "ຈົ່ງກັບໃຈໃຫມ່ ແລະ ລ້າງບາບຈາກໃຈຂອງພວກເຈົ້າ ເຫມືອນກັບການລ້າງສິ່ງສົກກະປົກອອກຈາກຮ່າງກາຍຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງເອົາການກະທຳທີ່ຊົ່ວຮ້າຍຂອງພ​ວກເຈົ້າ​ອອກ​ໄປ​ໃຫ້​ພົ້ນຈາກສາຍຕາຂອງເຮົາ

ພຣະເຈົ້າບໍ່ໄດ້ບອກພວກເຂົາໃຫ້ເຮັດສິ່ງຊົ່ວຮ້າຍ ໃນບ່ອນໃດເລີຍ, ແຕ່ໃຫ້ຢຸດເຊົາເຮັດສິ່ງຊົ່ວຮ້າຍນັ້ນ. ອາດແປໄດ້ອີກວ່າ: "ຢຸດເຮັດສິ່ງຊົ່ວຮ້າຍ ຕາມທີ່ເຮົາເຫັນເຈົ້າກຳລັງເຮັດຢູ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງຊ່ວຍເຫລືອຜູ້ທີ່ຖືກກົດຂີ່

ພຣະເຈົ້າເວົ້າເຫມືອນກັບວ່າ ປະຊາຊົນຜູ້ທີ່ກົດຂີ່ຄົນອຶ່ນ ເຫມືອນກັບວ່າ ພວກເຂົາໄດ້ເຮັດໄມ້ຄ້ອນເທົ້າຄົດ ທີ່ຄວາມຈະຊື່, ແລະພຣະອົງໄດ້ເອີ້ນພວກເຂົາໃຫ້ເຮັດໃຫ້ວັດຖຸເຫລົ່ານັ້ນຊື່ອີກເທື່ອຫນຶ່ງ. ຄຳນາມມະທຳ "ການກົດຂີ່" ສາມາດແປໃຫ້ເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ເຮັດໃຫ້ຫມັ້ນໃຈວ່າຄົນເຫລົ່ານັ້ນທີ່ບໍ່ມີຄົນຊ່ວຍ ພວກເຈົ້າຕ້ອງຢຸດເຮັດໃຫ້ພວກເຂົາທົນທຸກທໍລະມານ ຕາມທີ່ພວກເຈົ້າໄດ້ເຮັດກັບພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])

ຈົ່ງ​ໃຫ້ຄວາມຍຸດຕິທຳຕໍ່ລູກ​ທີ່ກຳ​ພ້າພໍ່

"ຈົ່ງຍຸດຕິທຳກັບຜູ້ທີ່ບໍ່ມີພໍ່"

ປົກປ້ອງແມ່ຫມ້າຍ

"ປົກປ້ອງຍິງເຫລົ່ານັ້ນທີ່ຜົວໄດ້ຕາຍແລ້ວ"