lo_tn/isa/01/14.md

3.5 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເທ​ດສະ​ການ​ສະລ້ຽງວັນອອກໃຫມ່ ແລະ ເທດສະການລ້ຽງ​ສະ​ຫລອງ​ຕາມ​ກຳ​ນົດຂອງພວກ​ເຈົ້າ

ຄຳວ່າ "ວັນອອກໃຫມ່" ເປັນການປຽບທຽບສຳລັບການຫລອງວັນອອກໃຫມ່. ພວກເຂົາສາມາດເປັນການປຽບທຽບເຖິງເທດສະການສະຫລອງເປັນປະຈຳທັງຫມົດ. ອາດແປໄດ້ອີກວ່າ: "ເທ​ດສະ​ການຂອງພວກເຈົ້າ ຂອງວັນອອກໃຫມ່ ແລະ ເທດສະການ ແລະເທດສະການສະຫລອງເປັນປະຈຳອຶ່ນໆ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-synecdoche]])

ວັນອອກໃຫມ່

ວັນອອກໃຫມ່ແມ່ນເມື່ອດວງຈັນສ່ອງແສງອອກທຳອິດຫລັງຈາກມີຄວາມມືດ.

ເຮົາອິດເຫມື່ອຍເຫລືອທີ່ຈະອົດທົນກັບເທດ​ສະ​ການເຫລົ່ານັ້ນແລ້ວ

ນີ້ແມ່ນການປຽບທຽບວິທີທີ່ພຣະເຈົ້າຮູ້ສືກກ່ຽວກັບເທດສະການສະຫລອງຂອງປະຊາຊົນເຫມືອນກັບວ່າມັນເປັນວັດຖູຫນັກໃນການຍົກ. ອາດແປໄດ້ອີກວ່າ: "ພວກເຂົາເປັນຂອງຫນັກ ເຮົາເມື່ອຍໃນການຍົກຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາ​ຈະປິດຕາຂອງ​ເຮົາຈາກພວກ​ເຈົ້າ

ສຳນວນນີ້ເປັນວິທີທາງໃນການເວົ້າ "ເຮົາຈະບໍ່ເບິ່ງເຈົ້າ" ຫລື "ເຮົາຈະບໍ່ໃສ່ໃຈພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ມືຂອງພວກເຈົ້າເຕັມໄປດ້ວຍເລືອດ

ນີ້ແມ່ນເຫດຜົນທີ່ພຣະເຈົ້າບໍ່ຟັງຄຳອະທິຖານຂອງພວກເຂົາ. ເລືອດນີ້ຫມາຍຄວາມວ່າ ຄວາມຮຸນແຮງທີ່ພວກເຮົາໄດ້ເຮັດຕໍ່ສູ້ປະຊາຊົນ. ອາດແປໄດ້ອີກວ່າ: ເພາະວ່າມັນເປັນເຫມືອນມືຂອງພວກເຈົ້າ ທີ່ປົກຄຸມໄປດ້ວຍເລືອດຂອງຄົນເຫລົ່ານັ້ນທີ່ພວກເຈົ້າໄດທຳຮ້າຍນັ້ນ" ຫລື "ເພາະວ່າພວກເຈົ້າມີຄວາມຜິດຂອງຄວາມຮຸນແຮງນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)