lo_tn/isa/01/12.md

2.9 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ໃຜໄດ້ຮຽກຮ້ອງສິ່ງນີ້ຈາກເຈົ້າ, ໃຫ້ຢຽບຢຳ່ເຂົ້າ​ມາໃນພື້ນທີ່ຂອງເຮົາ?

ຄຳວ່າ "ຢຽບຢໍ່າ" ຫມາຍຄວາມວ່າ ຢຽບເທິງ ແລະເຮັດໃຫ້ຫມຸ່ນດ້ວຍຕີນຂອງຄົນນັ້ນ. ພຣະເຈົ້າໃຊ້ຄຳຖາມເພື່ອຕຳຫນິປະຊາຊົນຜູ້ທີ່ອາໄສຢູ່ໃນຢູດາ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜບອກພວກເຈົ້າໃຫ້ມາຢຽບຢໍ່າອ້ອມຮອບລານຂອງເຮົາ! (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຢ່ານຳເອົາເຄື່ອງບູ​ຊາທີ່ບໍ່ມີຄ່າຫຍັງມາອີກ

"ຢ່າໄດ້ນຳຂອງຂວັນອັນບໍ່ມີຄ່າມາໃຫ້ເຮົາອີກຕໍ່ໄປ"

ເຄື່ອງ​ຫອມກໍ​ເປັນສິ່ງທີ່ຫນ້າກຽດຊັງສຳລັບເຮົາ

ທີ່ນີ້ແມ່ນຄຳນາມມະທຳ "ຫນ້າກຽດຫນ້າຊັງ" ສາມາດສະແດງອອກໃຫ້ເປັນຄຳກິລິຍາ "ກຽດຊັງ." ອາດແປໄດ້ອີກວ່າ: "ເຮົາກຽດຊັງເຄື່ອງ​ຫອມທີ່ປະໂລຫິດເຜົາຖວາຍແກ່ເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເຮົາບໍ່ອາດທົນທານຕໍ່ການຊຸມນຸມທີ່ຊົ່ວຮ້າຍເຫລົ່ານີ້ໄດ້

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ເຮົາບໍ່ສາມາດອະນຸຍາດໃຫ້ພວກເຈົ້າມາຊຸມນຸມພ້ອມກັນເພາະວ່າສິ່ງຊົ່ວຮ້າຍຕ່າງໆທີ່ພວກເຈົ້າເຮັດ" ຫລື 2) "ເຮົາບໍ່ສາມາດອະນຸຍາດໃຫ້ຕົວເຮົາເອງເບິ່ງພວກເຈົ້າມາຊຸມນຸມພ້ອມກັນເພາະວ່າສິ່ງຊົ່ວຮ້າຍຕ່າງໆທີ່ພວກເຈົ້າເຮັດ."