lo_tn/isa/01/10.md

1.8 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າຖ້ອຍຄຳຂອງພຣະຢາເວກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກຜູ້ປົກຄອງເມືອງໂຊໂດມ ... ພວກຊາວເມືອງໂກ​ໂມ​ຣາ

ເອຊາຢາປຽບທຽບປະຊາຊົນຢູດາກັບໂຊໂດມ ແລະໂກໂມຣາເພື່ອເນັ້ນຫນັກພວກເຂົາບາບຫນາຫລາຍຂະຫນາດໃດ. ອາດແປໄດ້ອີກວ່າ: "ພວກຜູ້ປົກຄອງຜູ້ທີ່ບາບຫນາເຫມືອນປະຊາຊົນໂຊໂດມ ... ພວກເຈົ້າປະຊາຊົນຜູ້ທີ່ຊົ່ວຮ້າຍເຫມືອນກັບຄົນເຫລົ່ານັ້ນຜູ້ທີ່ອາໄສຢູ່ໃນໂກໂມຣາ" (ເບິ່ງເພີ່ມເຕີມ:

ເຄື່ອງບູຊາຫລວງ​ຫລາຍຂອງພວກເຈົ້າ​ທີ່​ຖວາຍ​ແກ່​ເຮົາ​ມີຫຍັງແດ່?

ພຣະເຈົ້າໃຊ້ຄຳຖາມນີ້ເພື່ອຕຳຫນິປະຊາຊົນ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຄື່ອງບູຊາຫລວງຫລາຍຂອງພວກເຈົ້າບໍ່ມີປະໂຫຍດຫຍັງກັບເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)