lo_tn/isa/01/07.md

4.8 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ປະເທດຂອງພວກເຈົ້າກໍຖືກທຳລາຍ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ທຳລາຍປະເທດຂອງພວກເຈົ້າ" ຫລື "ເຫລົ່າສັດຕູຂອງພວກເຈົ້າໄດ້ທຳລາຍປະເທດຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບັນ​ດາເມືອງຂອງພວກ​ເຈົ້າກໍຖືກເຜົາໄຫມ້

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ເຜົາຜານບັນດາເມືອງຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ສ່ວນທົ່ງນາຂອງ—ພວກເຈົ້າ, ພວກຊາວຕ່າງດ້າວກໍຈະທຳລາຍ

"ປະຊາຊົນຜູ້ທີ່ບໍ່ມາຈາກປະເທດຂອງພວກເຈົ້າເອງ ຈະລັກພືດພັນຈາກທົ່ງນາຂອງພວກເຈົ້າໃນຂະນະທີ່ພວກເຈົ້າເບິ່ງຢູ່"

ຖືກປະຖິ້ມໃຫ້​ເປົ່​າ​ຮ້າງ

"ຄວາມເປົ່າຮ້າງ ແລະ ການຖືກປະຖິ້ມ." ນີ້ແມ່ນສຳນວນຂອງນາມມະທຳສາມາດສະແດງໃຫ້ເຫັນເປັນສຳນວນແຫ່ງການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຂົາໄດ້ທຳລາຍແຜ່ນດິນ ແລະ ບໍ່ມີຈັກຄົນທີ່ອາໄສຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ແລະຖືກທຳລາຍໂດຍພວກຊາວຕ່າງດ້າວ

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຊາວຕ່າງດ້າວຈະທຳລາຍປະເທດຂອງພວກເຈົ້າ" ຫລື "ທະຫານຕ່າງຊາດຈະເອົາປົກຄອງພວກເຈົ້າຢ່າງຫມົດສິ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບຸດສາວຂອງຊີໂອນໄດ້ຖືກຖີ້ມ​ໄວ້

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ເຮົາໄດ້ປະຖິ້ມລູກສາວຂອງຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ບຸດສາວຂອງຊີໂອນ

"ລູກສາວ" ຂອງເມືອງຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນເມືອງ. ອາດແປໄດ້ອີກວ່າ: "ປະຊາຊົນຊີໂອນ" ຫລື "ປະຊາຊົນຜູ້ທີ່ອາໄສຢູ່ໃນຊີໂອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄດ້ຖືກຖີ້ມ​ໄວ້ຄື​ກັບຕູບໃນສວນອະງຸ່ນ, ຄືກັບຖຽງ​ໄຮ່ໃນສວນຫມາກແຕງ

ຄວາມຫມາຍທີ່ອາດເປັນໄປໄດ້ 1) "ໄດ້ກາຍເປັນຕູບທີ່ຢູ່ໃນສວນອະງຸ່ນ ຫລື ຄືກັບຖຽງຢູ່ໃນສວນຫມາກແຕງ" ຫລື 2) "ໄດ້ຖືກປະຖິ້ມຕາມທີ່ໄດ້ປະຖິ້ມຕູບໃນສວນອະງຸ່ນ ຫລື ຖຽງໃນສວນຫມາກແຕງເມື່ອລາວເກັບຜົນລະປູກແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-explicit]])

ຄືກັບ ... ຫມາກແຕງ, ຄືກັບເມືອງທີ່​ຖືກປິດລ້ອມ​ໄວ້

ຄວາມຫມາຍທີ່ອາດເປັນໄປໄດ້ "ເຫມືອນຫມາກແຕງ. ນາງໄດ້ລ້ອມເມືອງໄວ້"