lo_tn/isa/01/04.md

3.4 KiB

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ແກ່ປະເທດ, ພວກຄົນບາບ

ຄວາມຫມາຍທີ່ອາດເປັນໄປໄດ້ 1) ເອຊາຢາເວົ້າສອງຢ່າງທີ່ແຕກຕ່າງກັນກ່ຽວກັບພວກເຂົາ. ອາດແປໄດ້ອີກວ່າ: "ຊົນຊາດອິດສະຣາເອນ, ພວກເຈົ້າຜູ້ເປັນຄົນບາບເອີຍ" ຫລື 2) ພຣະອົງກຳລັງເວົ້າພຽງແຕ່ສິ່ງດຽວກ່ຽວກັບພວກເຂົາ. ອາດແປໄດ້ອີກວ່າ: "ຊົນຊາດຂອງຄົນບາບທັງຫລາຍເອີຍ"

ຊົນ​ຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ

ບາງສິ່ງບາງຢ່າງທີ່ຫນັກຫລາຍທີ່ຜູ້ຄົນອາດແບກຫາບຢູ່ຊຶ່ງປຽບທຽບສຳລັບບາບທັງຫລາຍຂອງພວກເຂົາ. ອາດແປໄດ້ອີກວ່າ: "ຄວາມບາບຂອງພວກເຂົາເປັນເຫມືອນຖົງຫນັກເທິງບ່າຂອງພວກເຂົາທີ່ເຮັດໃຫ້ມັນຍາກທີ່ພວກເຂົາຈະຍ່າງໄປໄດ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກ​ຫລານຂອງຄົນຊົ່ວຮ້າຍ

ຄຳວ່າ "ລູກຫລານ" ເປັນການປຽບທຽບສຳລັບປະຊາຊົນຜູ້ທີ່ໄດ້ຕາມສິ່ງທີ່ຄົນອຶ່ນໆໄດ້ເຮັດ. ອາດແປໄດ້ອີກວ່າ: "ປະຊາຊົນຜູ້ທີ່ເຮັດຄວາມຊົ່ວຮ້າຍຄືກັນກັບສິ່ງທີ່ພວກເຂົາໄດ້ເຫັນຄົນອຶ່ນເຮັດນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮັດ​ຄວາມ​ເຊື່ອມ​ເສຍ

"ເຮັດໃນສິ່ງຊົ່ວຮ້າຍ"

ພວກເຂົາໄດ້ປະຖິ້ມພຣະຢາ​ເວ

"ພວກເຂົາໄດ້ຫນີຫ່າງໄກຈາກພຣະຢາເວ"

ໄດ້ດູຫມິ່ນ

"ໄດ້ປະຕິເສດທີ່ຈະເຊື່ອຟັງ" ຫລື "ໄດ້ປະຕິເສດທີ່ຈະເຄົາລົບນັບຖື"

ອິດສະຣາເອນ

ຢູດາໄດ້ເປັນສ່ວນຫນຶ່ງຂອງຊົນຊາດອິດສະຣາເອນ.

ພວກເຂົາໄດ້​ເຮັດ​ໂຕອອກຫ່າງຈາກພຣະອົງ

ຜ່ານຊ່ວງເວລາຫນຶ່ງພວກເຂົາເຄີຍເປັນເພື່ອນກັນ, ບັດນີ້ພວກເຂົາປະຕິບັດກັບພຣະອົງເຫມືອນກັບວ່າພວກເຂົາບໍ່ຮູ້ຈັກກັບພຣະອົງ.