lo_tn/isa/01/02.md

4.7 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism|Parallelism)

ຟ້າສະຫວັນເອີຍ, ຈົ່ງຟັງ, ແຜ່ນດິນໂລກເອີຍ; ຈົ່ງ​ງ່ຽງ​ຫູ​ຟັງ

ເຖິງແມ່ນວ່າບັນດາຄຳທຳນວາຍເຫລົ່ານີ້ ມີຄວາມຫມາຍສຳລັບປະຊາຊົນເຢຣູຊາເລັມ ແລະ ຢູດາໃຫ້ໄດ້ຍິນ, ເອຊາຢາຮູ້ວ່າພວກເຂົາຈະບໍ່ຟັງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ລາວເວົ້າໃນເຊີງໃຫ້ຄົນຄິດ, ຜ່ານຄຳວ່າ "ຟ້າສະຫວັນ" ແລະ "ແຜ່ນດິນໂລກ" ຈະສາມາດຟັງສິ່ງທີ່ພຣະຢາເວເວົ້າໄດ້, ຫລື 2) ຄຳວ່າ "ຟ້າສະຫວັນ" ແລະ "ແຜ່ນດິນໂລກ" ເປັນຄຳປຽບທຽບ ແລະ ໃຫ້ຄວາມຫມາຍສຳລັບທຸກຊີວິດໃນທຸກທີ່ທຸກບ່ອນ. ອາດແປໄດ້ອີກວ່າ: "ພວກເຈົ້າທັງຫລາຍທີ່ອາໄສຢູ່ໃນຟ້າສະຫວັນ ... ພວກເຈົ້າທັງຫລາຍຜູ້ທີ່ອາໄສໃນແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-apostrophe]]|Apostrophe ແລະ [[rc:///ta/man/translate/figs-personification]]|Personification ແລະ rc://*/ta/man/translate/figs-merism|Merism)

ພຣະ​ຢາ​ເວ

ນີ້ແມ່ນພຣະນາມຂອງພຣະເຈົ້າ ທີ່ພຣະອົງໄດ້ສຳແດງແກ່ປະຊາຊົນຂອງພຣະອົງໃນພັນທະສັນຍາເດີມ. ເບິ່ງຫນ້າການແປຄຳສັບກ່ຽວກັບພຣະຢາເວ ເພື່ອເບິ່ງວິທີການແປນີ້.

ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ... ບໍ່ເຂົ້າໃຈ

ຖ້ອຍຄຳຕ່າງໆທີ່ພຣະຢາເວໄດ້ເວົ້ານັ້ນ ແລະ ແມ່ນເອຊາຢາເປັນຜູ້ກໍາລັງເວົ້າກັບອິດສະຣາເອນເພື່ອພຣະຢາເວ.

ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ແລະ ລ້ຽງດູລູກໆ

ພຣະຢາເວເວົ້າເຫມືອນກັບວ່າ ຖ້ອຍຄຳຂອງພຣະອົງເປັນອາຫານ ແລະ ຊາວອິດສະຣາເອນເປັນລູກໆຂອງພຣະອົງ. ອາດແປໄດ້ອີກວ່າ: "ເຮົາໄດ້ລ້ຽງດູປະຊາຊົນທີ່ອາໄສຢູ່ໃນຢູດາເຫມືອນພວກເຂົາເປັນລູກໆຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor|Metaphor)

ລາຍັງຮູ້ຮາງຫຍ້າຂອງນາຍຂອງມັນ

ທ່ານສາມາດເຮັດໃຫ້ແຈ່ມແຈ້ງ ເພື່ອໃຫ້ເຂົ້າໃຈຂໍ້ມູນໄດ້. ອາດແປໄດ້ອີກວ່າ: "ລາຮູ້ຮາງຫຍ້າຂອງນາຍຂອງມັນ" ຫລື "ລາຮູ້ວ່າບ່ອນໃດນາຍຂອງມັນຈະກຽມອາຫານມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis|Ellipsis)

ແຕ່ອິດສະຣາເອນບໍ່ຮູ້ຈັກ, ອິດສະຣາເອນບໍ່ເຂົ້າໃຈ

ນີ້ອາດຈະຫມາຍເຖິງ "ແຕ່ປະຊາຊົນອິດສະຣາເອນບໍ່ຮູ້ຈັກເຮົາ, ພວກເຂົາບໍ່ເຂົ້າໃຈວ່າ ເຮົາເປັນຜູ້ລ້ຽງດູພວກເຂົາຢູ່."

ອິດສະຣາເອນ

ນີ້ເປັນຄຳປຽບທຽບທີ່ຫມາຍເຖິງປະຊາຊົນອິດສະຣາເອນ. ຢູດາເປັນສ່ວນຫນຶ່ງຂອງປະເທດອິດສະຣາເອນ. ອາດແປໄດ້ອີກວ່າ: "ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy|Metonymy)