lo_tn/hos/13/14.md

3.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວ ຊົງກ່າວ.

ເຮົາຈະຊ່ວຍພວກເຂົາໃຫ້ພົ້ນມືຂອງຈາກແດນມໍຣະນາຫລື? ເຮົາຈະຊ່ວຍພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍຫລື?

ພຣະຢາເວຊົງໃຊ້ຄຳຖາມເຫລົ່ານີ້ ເພື່ອບອກຊາວອິສະຣາເອນວ່າ ພຣະອົງຈະບໍ່ຊົງຊ່ວຍພວກເຂົາໃຫ້ລອດຈາກຄວາມຕາຍ. ພຣະອົງຈະຊົງລົງໂທດພວກເຂົາຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ເຮົາຈະບໍ່ຊ່ວຍພວກເຂົາໃຫ້ລອດຈາກຄວາມຕາຍ ແລະ ຈາກການລົງໄປສູ່ແດນມໍຣະນາຢ່າງແນ່ນອນ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-parallelism]])

ຄວາມຕາຍເອີຍ, ພັຍພິບັດຂອງເຈົ້າຢູ່ບ່ອນໃດ? ແດນມໍຣະນາເອີຍ, ຄວາມຈິບຫາຍຂອງເຈົ້າຢູ່ບ່ອນໃດ?

ພຣະຢາເວຊົງກ່າວກັບ "ຄວາມຕາຍ" ແລະ "ແດນມໍຣະນາ" ຄືກັບວ່າ ພວກເຂົາເປັນເຫມືອນມະນຸດ. ພຣະຢາເວ ຊົງໃຊ້ຄຳຖາມ ເພື່ອກ່າວວ່າພຣະອົງຈະທຳລາຍປະຊາຊົນໃນໄວໆນີ້. ອາດແປໄດ້ອີກວ່າ: "ດຽວນີ້ຂ້ອຍຈະເຮັດໃຫ້ເກີດພັຍພິບັດ ແລະ ເຮັດໃຫ້ປະຊາຊົນອິສະຣາເອນຕາຍ. ເຮົາຈະທຳລາຍພວກເຂົາ ແລະ ສົ່ງພວກເຂົາໄປສູ່ແດນມໍຣະນາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-rquestion]] ແລະ rc://*/ta/man/translate/figs-parallelism)

ຄວາມເມດຕາໄດ້ຖືກເຊື່ອງໄວ້

ຄວາມເປັນໄປໄດ້ຂອງການມີຄວາມເມດຕາແມ່ນເວົ້າເຖິງວ່າມັນເປັນເຫມືອນສິ່ງຂອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຄວາມເມດຕາໄດ້ຖືກເຊື່ອງໄວ້ຈາກສາຍຕາຂອງຂ້ານ້ອຍ

ບໍ່ຄວນຄິດເຖິງຄວາມເມດຕາສົງສານທີ່ເວົ້າເຖິງຄວາມສົງສານທີ່ຖືກເຊື່ອງໄວ້ ເພື່ອຈະບໍ່ຖືກພົບເຫັນ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ມີຄວາມສົງສານຕໍ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)