lo_tn/hos/13/01.md

3.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວ.

ເມື່ອເອຟາຣາອິມເວົ້າ

ໂຮເຊອາໃຊ້ຄຳວ່າ "ເອຟາຣາອິມ" ເພື່ອກ່າວເຖິງອານາຈັກພາກເຫນືອທັງຫມົດ, ເຖິງແມ່ນວ່າມັນຍັງເປັນຊື່ຂອງຫນຶ່ງໃນສິບເຜົ່າ. ໂຮເຊອາເບິ່ງຄືວ່າຈະເວົ້າເຖິງອະດີດອັນຍາວນານ, ໃນເວລາທີ່ອານາຈັກພາກເຫນືອມີຄວາມເຂັ້ມແຂງ ແລະ ມີກຽຕ, ບໍ່ຄືເຫມືອນປະຈຸບັນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກໍມີຄວາມຢ້ານກົວ

ວະລີທີ່ຂາດຫາຍໄປ "ໃນບັນດາປະເທດອື່ນໆ" ແມ່ນເຂົ້າໃຈຢູ່ທີ່ນີ້. ປະເທດອື່ນໆຮູ້ສຶກມີຄວາມຖ່ອມຕົວຕໍ່ຫນ້າອານາຈັກພາກເຫນືອ. ອາດແປໄດ້ອີກວ່າ: "ມີຄວາມຢ້ານກົວໃນທ່າມກາງຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ພວກເຂົາຍົກຍ້ອງຕົນເອງໃນອິດສະຣາເອນ

ຄຳວ່າ “ການຍົກສູງ” ຫມາຍຄວາມວ່າເຮັດໃຫ້ຕົນເອງສຳຄັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຕ່ພວກເຂົາໄດ້ເຮັດຜິດ ເພາະຂາບໄຫວ້ພະບາອານ, ແລະ ພວກເຂົາກໍຕາຍ

ເມື່ອປະຊາຊົນຂອງເອຟາຣາອິມເລີ່ມນະມັສະການພະບາອານ, ພວກເຂົາກໍອ່ອນແອລົງ, ແລະ ສັດຕຣູຂອງພວກເຂົາກໍ່ເອົາຊະນະພວກເຂົາໄດ້. ໃນນີ້ “ຕາຍ” ຫມາຍເຖິງປະເທດທີ່ກຳລັງອ່ອນແອລົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕອນນີ້ພວກເຂົາກໍຍິ່ງເຮັດບາບເພີ່ມຂຶ້ນເລື້ອຍໆ.

ຄຳວ່າ “ພວກເຂົາ” ຫມາຍເຖິງຊົນເຜົ່າຂອງເອຟາຣາອີມ ແລະ ຊົນຊາດອິສະຣາເອນທັງຫມົດ, ຜູ້ທີ່ໄດ້ເຮັດຕາມຕົວຢ່າງຂອງເອຟາຣາອິມ.

ຄົນເຫລົ່ານີ້ເປັນຜູ້ຖວາຍເຄື່ອງບູຊາດ້ວຍການຈູບລູກງົວ

ສ່ວນຫນຶ່ງຂອງການນະມັສະການຮູບເຄົາຣົບແມ່ນການຈູບຮູບປັ້ນນັ້ນ ເຊິ່ງເປັນຮູບປັ້ນຂອງລູກງົວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)