lo_tn/hos/12/09.md

3.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກັບຊົນຊາດອິສະຣາເອນ.

ພຣະຢາເວພຣະເຈົ້າຂອງພວກເຈົ້າ ຜູ້ຊຶ່ງນຳພວກເຈົ້າອອກຈາກແຜ່ນດິນເອຢິບ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ທີ່ໄດ້ນຳບັນພະບຸຣຸດຂອງພວກເຈົ້າອອກມາຈາກແຜ່ນດິນອີຢີບ" ຫລື 2) "ເຮົາເປັນພຣະເຈົ້າຂອງພວກເຈົ້າມາຕັ້ງແຕ່ພວກເຈົ້າຢູ່ໃນແຜ່ນດິນເອຢິບ" ຫລື 3) "ເຮົາໄດ້ກາຍເປັນພຣະເຈົ້າຂອງພວກເຈົ້າ ເມື່ອພວກເຈົ້າຢູ່ໃນແຜ່ນດິນຂອງເອຢິບ".

ເຮົາຈະເຮັດໃຫ້ພວກເຈົ້າອາສັຍຢູ່ໃນຕູບຜ້າເຕັນອີກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວກຳລັງຂົ່ມຂູ່ທີ່ຈະບັງຄັບຊາວອິສະຣາເອນອອກຈາກເຮືອນຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາອາສັຍຢູ່ໃນຕູບຜ້າເຕັນ. ສະນັ້ນ, “ການອາສັຍຢູ່ໃນຕູບຜ້າເຕັນ” ໃນທີ່ນີ້ແມ່ນເປັນການຖືກເນລະເທດ, ຫລື 2) ມັນເປັນຄຳສັນຍາວ່າ ຫລັງຈາກທີ່ພວກເຂົາຖືກໄລ່ອອກຈາກຖິ່ນຖານແລ້ວ ປະຊາຊົນຈະອາສັຍຢູ່ໃນຕູບຜ້າເຕັນອີກຄັ້ງ, ແລະ ພຣະຢາເວຈະດູແລພວກເຂົາ ດັ່ງທີ່ພຣະອົງຈະດູແລພວກເຂົາເຫມືອນທີ່ອິພຣະອົງໄດ້ເຮັດເມື່ອອິສະຣາເອນອອກຈາກອີຢີບ. ສະນັ້ນ, ຄຳວ່າ "ທີ່ຈະອາສັຍຢູ່ໃນຕູບຜ້າເຕັນ" ໃນທີ່ນີ້ຈະເປັນຕົວແທນໃຫ້ກັບຄືນສູ່ສະຖານະການທີ່ສົມບູນແບບຄືເມື່ອພຣະຢາເວດູແລປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂດຍທາງຜູ້ປະກາດພຣະທັມ

ຄຳວ່າ "ມື " ແມ່ນຕົວແທນຂອງຜູ້ທີ່ໄດ້ປະຕິບັດຕາການກະທຳ. ອາດແປໄດ້ອີກວ່າ: "ຜ່ານຜູ້ປະກາດພຣະທັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)