lo_tn/hos/12/01.md

3.8 KiB

ຂໍ້ມູນທົ່ວໄປ:

ໂຮເຊອາເປັນຜູ້ປະກາດພຣະຄັມໄດ້ກ່າວ.

ເອຟາຣາອິມລ້ຽງຕົນດ້ວຍລົມ

ໃນທີ່ນີ້ "ເອຟາຣາອິມ" ເປັນຕົວແທນໃຫ້ແກ່ປະຊາຊົນອິສະຣາເອນທຸກຄົນ. ສະນັ້ນ "ລົມ" ເປັນຕົວແທນບາງສິ່ງບາງຢ່າງທີ່ບໍ່ມີປະໂຫຍດ ຫລື ຊົ່ວຄາວ. ປະຊາຊົນອິສະຣາເອນເຮັດໃນສິ່ງທີ່ບໍ່ຊ່ວຍໃຫ້ພວກເຂົາ ປຽບເຫມືອນກັບວ່າພວກເຂົາກິນລົມ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ຕາມຫລັງລົມຕາເວັນອອກ

ລົມຕາເວັນອອກຮ້ອນຫລາຍ ແລະ ທຳລາຍລ້າງແຜ່ນດິນ. ມັນສະແດງໃຫ້ເຫັນເຖິງສິ່ງທີ່ເປັນການທຳລາຍ. ຜູ້ຄົນທີ່ເຮັດສິ່ງທີ່ຈະທຳລາຍຕົນເອງ ຖືກປຽບເຫມືອນກັບວ່າ ພວກເຂົາກຳລັງຕິດຕາມລົມທິດຕາເວັນອອກ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ໄດ້ຂົນນ້ຳມັນຫມາກກອກໄປເອຢິບ

ປະຊາຊົນອິສະຣາເອນໄດ້ສົ່ງນ້ຳມັນຫມາກກອກໄປຖວາຍແກ່ກະສັດເອຢິບ ເພື່ອພະຍາຍາມ ແລະ ຊັກຊວນພະອົງໃຫ້ມາຊ່ວຍເຫລືອພວກເຂົາ.

ພຣະຢາເວຊົງຟ້ອງຮ້ອງປະຊາຊົນຢູດາ

ພຣະຢາເວຊົງກ່າວວ່າປະຊາຊົນຢູດາໄດ້ເຮັດບາບຕໍ່ສູ້ພຣະອົງ ແລະ ທຳລາຍພັນທະສັນຍາຂອງພຣະອົງ ທີ່ຖືກກ່າວເຖິງຄືກັບວ່າ ພຣະຢາເວ ກຳລັງກ່າວຫາພວກເຂົາຢູ່ໃນສານ. ເບິ່ງວ່າທ່ານແປປະໂຫຍກທີ່ຄ້າຍຄືໃນຂໍ້ 4: 1. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕໍ່ສູ້ຢູດາ... ລົງໂທດຢາໂຄບໃນສິ່ງທີ່ພວກເຂົາໄດ້ເຮັດ ... ຕອບແທນຕາມການກະທຳຂອງພວກເຂົາ

ໃນທີ່ນີ້ "ຢູດາ" ແລະ "ຢາໂຄບ" ທັງສອງເປັນຕົວແທນໃຫ້ແກ່ປະຊາຊົນຂອງຢູດາ. ອາດແປໄດ້ອີກວ່າ: "ຕໍ່ຕ້ານປະຊາຊົນຢູດາ ... ລົງໂທດພວກເຂົາໃນສິ່ງທີ່ພວກເຂົາໄດ້ເຮັດ ... ຕອບແທນພວກເຂົາສຳລັບການກະທຳຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-metonymy]])

ການຟ້ອງຮ້ອງ

ແມ່ນຄຳຮ້ອງທຸກຂອງຜູ້ຫນຶ່ງຕໍ່ບຸກຄົນອື່ນຕໍ່ຫນ້າສານ. ເບິ່ງວ່າທ່ານແປສິ່ງນີ້ໃນຂໍ້ 2: 2.