lo_tn/hos/11/08.md

3.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບອິສະຣາເອນ.

ໂອ້ ເອຟາຣາອິມເອີຍ, ເຮົາຈະປະຖິ້ມພວກເຈົ້າໄດ້ແນວໃດ? ໂອ້ ອິສະຣາເອນເອີີຍ?

ພຣະຢາເວຊົງຮັກປະຊາຊົນຂອງພຣະອົງຫລາຍ ດັ່ງນັ້ນ ພຣະອົງຈະບໍ່ທຳລາຍພວກເຂົາທັງຫມົດ. ຄຳຖາມເຫລົ່ານີ້ອາດຈະສາມາດແປໄດ້ ເປັນປະໂຫຍກ. ອາດແປໄດ້ວ່າ: "ຂ້ອຍຈະບໍ່ຍອມແພ້ເຈົ້າເອຟຣາອິມ, ເຮົາຈະບໍ່ຍອມມອບເຈົ້າ, ອິສະຣາເອນເອີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເຮົາຈະເຮັດກັບພວກເຈົ້າເຫມືອນອັດມາໄດ້ແນວໃດ? ເຮົາຈະເຮັດກັບພວກເຈົ້າເຫມືອນທີ່ເຮົາໄດ້ເຮັດກັບເມືອງເຊໂບຢິມນັ້ນໄດ້ບໍ?

ພະຢາເວຊົງຮັກປະຊາຊົນຂອງພຣະອົງຫລາຍ ດັ່ງນັ້ນ ພຣະອົງຈະບໍ່ທຳລາຍພວກເຂົາທັງຫມົດ. ຄຳຖາມເຫລົ່ານີ້ອາດຈະສາມາດແປໄດ້ ເປັນປະໂຫຍກ. ອາດແປໄດ້ວ່າ: "ເຮົາບໍ່ຕ້ອງການທີ່ຈະເຮັດຕໍ່ເຈົ້າເຫມືອນຢ່າງທີ່ເຮົາໄດ້ເຮັດກັບເມືອງອັດມາ ຫລື ເມືອງເຊໂບຢິມ - ເມືອງທັງຫລາຍທີ່ເຮົາໄດ້ທຳລາຍພ້ອມກັບເມືອງໂຊໂດມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເພາະວ່າເຮົາເປັນພຣະເຈົ້າບໍ່ແມ່ນມະນຸດ

ພຣະເຈົ້າບໍ່ເປັນເຫມືອນມະນຸດ, ຜູ້ຊຶ່ງຕັດສິນໃຈໃນການແກ້ແຄ້ນຢ່າງໄວວາ.

ຈິດໃຈເຮົາກໍວຸ້ນວາຍພາຍໃນເຮົາ

ຄຳວ່າ “ ຫົວໃຈ” ນີ້ ສະແດງເຖິງພຣະປະສົງ ແລະ ການຕັດສິນໃຈຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຮົາຈະບໍ່ໂກດຮ້າຍພວກເຂົາອີກ

ຄຳກິລິຍານີ້ "ຄວາມໂກດຮ້າຍ" ສາມາດໃຊ້ເປັນຄຳຄຸນນາມໄດ້ "ໃຈຮ້າຍ." ອາດແປໄດ້ອີກວ່າ: "ເຮົາຈະບໍ່ມາຫາເຈົ້າ ແລະໃຈຮ້າຍໃຫ້ເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)