lo_tn/hos/11/05.md

3.1 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບອິສະຣາເອນ.

ພວກເຂົາຈະບໍ່ກັບຄືນໄປຍັງປະເທດເອຢິບອີກບໍ?

ຄຳຖາມນີ້ຫມາຍຄວາມວ່າ ຊົນຊາດອິສະຣາເອນຈະຕົກເປັນທາດອີກຄັ້ງເຫມືອນດັ່ງທີ່ພວກເຂົາຢູ່ໃນອີຢີບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ອັດຊີເຣຍຈະບໍ່ປົກຄອງພວກເຂົາ ເພາະວ່າພວກເຂົາປະຕິເສດທີ່ຈະກັບຄືນໄປຫາເຮົາຫລື?

ຊົນຊາດອິສະຣາເອນຈະເປັນຊະເລີຍຂອງອັດຊີເຣຍ ຊຶ່ງເປັນຜົນມາຈາກການປະຕິເສດຂອງພວກເຂົາທີ່ຈະຮັກສາຄວາມສັດຊື່ຕໍ່ ພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ດາບຈະຕົກລົງມາຍັງບັນດາຫົວເມືອງຂອງເຂົາ

ຄຳວ່າ “ດາບ” ສະແດງເຖິງສັດຕຣູຂອງອິສະຣາເອນຜູ້ທີ່ຈະທຳລາຍເມືອງຕ່າງໆຂອງອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພື່ອທຳລາຍບານປະຕູເມືອງຂອງພວກເຂົາ

ປະຕູໃຫ້ຄວາມປອດພັຍແກ່ຜູ້ອາສັຍໃນເມືອງຈາກສັດຕຣູຂອງພວກເຂົາ, ແລະປະຕູເຫລັກກໍອັດໄວ້. ການທຳລາຍປະຕູເຫລັກຫມາຍເຖິງການເອົາຄວາມປອດພັຍຂອງປະຊາຊົນໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຖິງວ່າພວກເຂົາຈະຮ້ອງຫາພຣະຜູ້ສູງສຸດ

ໃນທີ່ນີ້ ພຣະເຈົ້າເປັນຜູ້ຊົງກ່າວກ່ຽວກັບຕົວເອງໃນບຸກຄົນທີສາມ. ອາດຈະຖືກກ່າວເຖິງໃນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: "ເຖິງວ່າພວກເຂົາເອີ້ນເຮົາວ່າ, ຜູ້ສູງສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person).

ບໍ່ມີໃຜຊ່ວຍພວກເຂົາ

ພຣະຢາເວ ຈະບໍ່ຊົງອະນຸຍາດໃຫ້ຜູ້ໃດຊ່ວຍເຫລືອຊົນຊາດອິສະຣາເອນ ເພາະວ່າ ພວກເຂົາໄດ້ຫັນຫລັງໃຫ້ກັບພຣະອົງ.