lo_tn/hos/10/03.md

2.6 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ກຳລັງກ່າວກ່ຽວກັບອິສະຣາເອນ.

ແລະ ກະສັດ—ຈະເຮັດຫຍັງແດ່ໃຫ້ແກ່ພວກເຮົາໄດ້?

ປະຊາຊົນຈະເວົ້າວ່າ ກະສັດຂອງພວກເຂົາບໍ່ສາມາດຊ່ວຍພວກເຂົາໄດ້. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າ ພວກເຮົາມີກະສັດແລ້ວດຽວນີ້, ພະອົງບໍ່ສາມາດຊ່ວຍພວກເຮົາໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກເຂົາເວົ້າເປັນຄຳເວົ້າບໍ່ມີປະໂຫຍດຫຍັງ

ຄຳວ່າ "ຄຳເວົ້າເປົ່າໆ" ຫມາຍເຖິງຄຳເວົ້າຕົວະ. ອາດແປໄດ້ອີກວ່າ: "ພວກເຂົາເວົ້າຕົວະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ດັ່ງນັ້ນ ຄວາມຍຸຕິທັມກໍງອກງາມຂຶ້ນເຫມືອນພືດທີ່ມີພິດທົ່ວທັງທົ່ງຫຍ້າ

ສິ່ງທີ່ພວກເຂົາເອີ້ນວ່າຄວາມຍຸຕິທັມໃນກົດຫມາຍຂອງພວກເຂົາ ແລະ ການຕັດສິນໃຈດ້ານກົດຫມາຍຖືກກ່າວເຖິງເຫມືອນກັບວ່າ ມັນແມ່ນຕົ້ນໄມ້ທີ່ງອກອອກມາ. ອາດແປໄດ້ອີກວ່າ: "ດັ່ງນັ້ນ ການຕັດສິນໃຈຂອງພວກເຂົາບໍ່ມີຕວາມຍຸຕິທັມ; ແຕ່ເປັນການເຮັດອັນຕະຣາຍແທນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຫມືອນພືດທີ່ມີພິດທົ່ວທັງທົ່ງຫຍ້າ

ຄວາມຂີ້ຕົວະ ແລະ ຄວາມບໍ່ຍຸຕິທັມຂອງພວກມັນແຜ່ລາມໄປທົ່ວປະເທດຂອງພວກເຂົາ ແລະ ກໍ່ຄວາມເສຍຫາຍໃຫ້ແກ່ທຸກຄົນຄືກັບຕົ້ນໄມ້ທີ່ເປັນພິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)