lo_tn/hos/09/13.md

2.6 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ຜູ້ປະກາດພຣະທັມກ່າວ.

ເຮົາໄດ້ເຫັນເອຟາຣາອິມ, ຖືກປູກຂຶ້ນໃນທົ່ງຫນ້າເຫມືອນກັບເມືອງໄທຣະ

"ປູກ" ຫມາຍເຖິງການຢູ່ໃນສະຖານທີ່ປອດພັຍ. ອາດແປໄດ້ອີກວ່າ: "ຊົນຊາດອິສະຣາເອນເຄີຍສວຍງາມ ແລະ ມີຄວາມສຸກຄືກັບເມືອງໄທຣະ, ຄືກັບຕົ້ນໄມ້ທີ່ມີຄົນປູກໃນທົ່ງຫຍ້າ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-metaphor]] ແລະ rc://*/ta/man/translate/figs-metonymy)

ແຕ່ເອຟາຣາອິມຈະໃຫ້ກຳເນີດລູກທັງຫລາຍຂອງເຂົາ

"ເດັກນ້ອຍ" ແມ່ນຄົນທັງຫລາຍຈາກຊົນຊາດນັ້ນ. ອາດແປໄດ້ອີີກວ່າ: "ແຕ່ປະຊາຊົນອິສະຣາເອນຈະເອົາລູກຂອງພວກເຂົາອອກມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຊົງປຣະທານໃຫ້ພວກເຂົາເຖີ້ນ, ພຣະຢາເວ—ພຣະອົງຈະປຣະທານສິ່ງໃດໃຫ້ແກ່ພວກເຂົາຫລື? ຂໍປຣະທານໃຫ້ເຂົາ.

ໂຮເຊອາ ໃຊ້ຄຳຖາມເພື່ອເນັ້ນວ່າລາວຕ້ອງການໃຫ້ພຣະຢາເວ ປຣະທານໃນສິ່ງທີ່ປະຊາຊົນອິສະຣາເອນສົມຄວນໄດ້ຮັບ. ອາດແປໄດ້ອີກວ່າ: "ນີ້ແມ່ນສິ່ງທີ່ຂ້ານ້ອຍທູນຂໍ, ພຣະຢາເວ, ປຣະທານໃຫ້ພວກເຂົາ: ປຣະທານໃຫ້ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມົດລູກທີ່ຫລຸລູກ

ຄຳນີ້ “ຫລຸລູກ” ຫມາຍຄວາມວ່າ ການຖືພາສິ້ນສຸດລົງກ່ອນກຳນົດ ແລະ ເດັກນ້ອຍຈະຕາຍ. ໂຮເຊອາກຳລັງຮຽກຮ້ອງໃຫ້ແມ່ຍິງທັງຫມົດໃນຊາດເປັນແບບນັ້ນ.