lo_tn/hos/09/08.md

4.1 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ຜູ້ປະກາດພຣະທັມກ່າວ.

ພວກຜູ້ປະກາດພຣະຄັມຄືຄົນຍາມຂອງພຣະເຈົ້າ ຂອງຂ້ານ້ອຍເຫນືອຊາວເອຟາຣາອິມ

"ຄົນເຝົ້າຍາມ" ເຝົ້າຍາມຢູ່ນອກເມືອງຂອງລາວເພື່ອເບິ່ງວ່າມີອັນຕະຣາຍກຳລັງຈະເກີດຂຶ້ນ. ຜູ້ປະກາດພຣະຄັມໄດ້ເຕືອນປະຊາຊົນເມື່ອພວກເຂົາເຮັດບາບ ແລະ ຢູ່ໃນອັນຕະຣາຍທີ່ຈະມີພຣະເຈົ້າຂອງລາວລົງໂທດພວກເຂົາຖືກກ່າວເຖິງຄືກັບວ່າລາວເປັນຄົນເຝົ້າຍາມເມືອງ. ອາດແປໄດ້ອີກວ່າ: "ຜູ້ປະກາດພຣະຄັມປຽບເຫມືອນຜູ້ເຝົ້າຍາມພຣະເຈົ້າເຫນືອເອຟາຣາອິມ"

ພວກຜູ້ປະກາດພຣະຄັມຄືຄົນຍາມຂອງພຣະເຈົ້າ ຂອງຂ້ານ້ອຍເຫນືອຊາວເອຟາຣາອິມ

ບາງສະບັບແປຂໍ້ຄວາມນີ້ວ່າ "ຜູ້ປະກາດພຣະຄັມກັບພຣະເຈົ້າຂອງຂ້ານ້ອຍເປັນຜູ້ເຝົ້າຍາມເຫນືອຊາວເອຟາຣາອິມ."

ພວກຜູ້ປະກາດພຣະຄັມ

ຫມາຍເຖິງຜຸ້ປະກາດພຣະຄັມໂດຍທົ່ວໄປທີ່ພຣະເຈົ້າໄດ້ແຕ່ງຕັ້ງ. ອາດແປໄດ້ອີກວ່າ: "ຜູ້ປະກາດພຣະຄັມແມ່ນ" ຫລື "ຜູ້ປະກາດພຣະຄັມທີ່ແທ້ຈິງແມ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-genericnoun)

ເອຟາຣາອິມ

ຄຳວ່າ "ເອຟາຣາອິມ" ເປັນຕົວແທນໃຫ້ແກ່ປະຊາຊົນອິສະຣາເອນທຸກຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ນົກກໍຖືກຫ້າງແຮ້ວໄວ້ຕາມເສັ້ນທາງທັງຫລາຍຂອງພວກເຂົາ

“ແຮ້ວນົກ” ແມ່ນກັບດັກທີ່ໃຊ້ໃນການຈັບນົກ. ຫມາຍຄວາມວ່າ ປະຊາຊົນອິສະຣາເອນເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ ເພື່ອຢຸດຜູ້ປະກາດພຣະທັມຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ປະຊາຊົນຕັ້ງກັບດັກສຳລັບທຸກບ່ອນທີ່ພຣະອົງຈະໄປ" ຫລື "ຄົນທັງຫລາຍເຮັດທຸກສິ່ງທຸກຢ່າງເພື່ອທຳຮ້າຍພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາໄດ້ທຳລາຍຕົນເອງໃຫ້ຕົກຕ່ຳລົງເຫມືອນຢ່າງໃນມື້ເຫລົ່ານັ້ນຢູ່ເມືອງກິເບອາ

"ປະຊາຊົນອິສະຣາເອນໄດ້ເຮັດບາບ ແລະ ເປັນກາຍເປັນຄົນສໍ້ຣາຊບັງຫລວງເຫມືອນຢ່າງທີ່ພວກເຂົາໄດ້ເຮັດຢູ່ທີ່ກິເບອາຕັ້ງແຕ່ດົນນານແລ້ວ." ນີ້ອາດຈະເປັນການອ້າງອິງເຖິງການກະທຳທີ່ຫນ້າຕົກໃຈຂອງເຜົ່າເບັນຢາມິນທີ່ໄດ້ເລົ່າໃນພຣະທັມຜູ້ປົກຄອງ 19-21.