lo_tn/hos/09/05.md

4.7 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ຜຸ້ປະກາດພຣະທັມໄດ້ກ່າວ.

ພວກເຈົ້າຈະເຮັດແນວໃດ ໃນມື້ເທສະການຕາມກຳນົດ, ໃນມື້ເທສະການເພື່ອພຣະຢາເວຢ່າງນັ້ນ?

ໂຮເຊອາໃຊ້ຄຳຖາມນີ້ ເພື່ອເນັ້ນໃຫ້ຜູ້ຄົນເຫັນວ່າ ພວກເຂົາບໍ່ສາມາດສະຫລອງບຸນຂອງພວກເຂົາອີກຕໍ່ໄປເມື່ອສັດຕຣູຂອງພວກເຂົາເອົາຊະນະພວກເຂົາ ແລະ ຈັບພວກເຂົາໄປເປັນຊະເລີຍ. ອາດແປໄດ້ອີກວ່າ: "ພວກເຈົ້າຈະບໍ່ສາມາດສະຫລອງບຸນຕ່າງໆທີ່ພຣະຢາເວ ໄດ້ແຕ່ງຕັ້ງໄວ້ໃຫ້ພວກເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃນມື້ເທສະການຕາມກຳນົດ...ໃນມື້ເທສະການເພື່ອພຣະຢາເວຢ່າງນັ້ນ

ຫມາຍຄວາມວ່າ ທັງສອງສິ່ງນີ້ແມ່ນອັນດຽວກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເຖິງວ່າພວກເຂົາຈະຫນີ

ຄຳວ່າ “ພວກເຂົາ” ຍັງຫມາຍເຖິງປະຊາຊົນອິສະຣາເອນ. ເຈົ້າສາມາດເວົ້າໄດ້ວ່ານີ້ແມ່ນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ຖ້າພວກເຈົ້າຫນີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຊາວເອຢິບຈະທ້ອນໂຮມພວກເຂົາ, ແລະ ຊາວເມັມຟິດຈະຝັງພວກເຂົາ

ປະເທດເອຢິບ ແລະ ເມັມຟິດ ຫມາຍເຖິງຄົນທີ່ອາສັຍຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ກອງທັບເອຢີບຈະຈັບພວກເຂົາ. ພວກເຂົາຈະຕາຍຢູ່ທີ່ນັ້ນ, ແລະປະຊາຊົນໃນເມືອງເມັມຟິດຈະຝັງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະຄັງເງິນຂອງພວກເຂົາ—ຖືກຟຸ່ມຫນາມປົກຫຸ້ມໄວ້

ບັນດາສິ່ງກີດຂວາງທີ່ກຳລັງເຕີບໃຫຍ່ຢູ່ໃນສະຖານທີ່ທີ່ຊາວອິສະຣາເອນເກັບເງິນຂອງພວກເຂົາ ແມ່ນເວົ້າຄືກັບວ່າພວກຕົ້ນໄມ້ມີຫນາມເຫມືອນກັບເປັນສັດຕຣູມະນຸດ ຊຶ່ງຈະຍຶດເອົາຊັບສົມບັດອັນລ້ຳຄ່າຂອງຊາວອິສະຣາເອນໄປສຳລັບພວກເຂົາເອງ. ອາດແປໄດ້ອີກວ່າ: "ບັນດາຕົ້ນໄມ້ທີ່ມີຫນາມຈະເຕີບໃຫຍ່ຂຶ້ນຢູ່ບ່ອນທີ່ພວກເຂົາເກັບຊັບສົມບັດຂອງພວກເຂົາໄວ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖືກຟຸ່ມຫນາມປົກຫຸ້ມໄວ້, ແລະເຮືອນຂອງພວກເຂົາກໍຈະເຕັມໄປດ້ວຍຫນາມ.

ຢູ່ທີ່ນີ້ “ຫນາມແຫລມຄົມ” ແລະ “ ຫນາມ” ມີຄວາມຫມາຍຄືກັນ. ການມີຫນາມ ແລະ ຫນາມທີ່ໃຫຍ່ຂື້ນເປັນຕົວແທນຂອງແຜ່ນດິນທີ່ກາຍເປັນບ່ອນວ່າງເປົ່າ ແລະ ຄືກັບຖິ່ນແຫ້ງແລ້ງກັນດານ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-metonymy]])

ເຕັນຂອງພວກເຂົາ

ຄຳວ່າ“ ເຕັນ” ເປັນຕົວແທນໃຫ້ແກ່ເຮືອນຂອງຊາວອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)