lo_tn/hos/09/03.md

2.9 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ຜູ້ປະກາດພຣະທັມໄດ້ກ່າວ.

ແຜ່ນດິນຂອງພຣະຢາເວ

ສຳນວນນີ້ສະແດງໃຫ້ເຫັນວ່າພຣະຢາເວຖືວ່າແຜ່ນດິນອິສະຣາເອນເປັນຊັບສົມບັດຂອງພຣະອົງ, ບໍ່ແມ່ນຊັບສົມບັດຂອງຊາວອິສະຣາເອນ.

ອາຫານທີ່ເປັນມົນທິນ

ເປັນອາຫານທີ່ຊາວອິສະຣາເອນມັກຈະປະຕິເສດທີ່ຈະກິນເພາະວ່າ ມັນຈະເຮັດໃຫ້ພວກເຂົາບໍ່ເປັນທີ່ຖືກຍອມຮັບຂອງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຄື່ອງຖວາຍຂອງພວກເຂົາເປັນເຫມືອນອາຫານຂອງຄົນໄຫວ້ທຸກ

ໃນນີ້“ ອາຫານຂອງຜູ້ທີ່ເປັນທຸກ” ຫມາຍເຖິງສິ່ງທີ່ຄົນໄຫວ້ທຸກຈະກິນໃນຂະນະທີ່ພວກເຂົາໂສກເສົ້າ ເພາະວ່າພວກເຂົາເປັນມົນທິນ ແລະ ບໍ່ເປັນທີ່ຍອມຮັບຂອງພຣະເຈົ້າ. ຫມາຍຄວາມວ່າ ພຣະຢາເວຈະຖືວ່າເຄື່ອງຖວາຍຂອງຄົນເຫລົ່ານີ້ເປັນມົນທິນ ແລະ ພຣະອົງຈະບໍ່ຊົງຍອມຮັບພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເພາະອາຫານຂອງພວກເຂົາກໍແມ່ນສຳລັບພວກເຂົາເທົ່ານັ້ນ; ມັນຈະບໍ່ເອົາເຂົ້າມາໃນພຣະວິຫານຂອງພຣະຢາເວ.

ປະຊາຊົນອິສະຣາເອນຈະມີອາຫານການກິນ, ແຕ່ພຣະຢາເວຈະບໍ່ຊົງຍອມຮັບເປັນເຄື່ອງບູຊາ.

ມັນຈະບໍ່ເອົາເຂົ້າມາໃນພຣະວິຫານຂອງພຣະຢາເວ.

ອາຫານທີ່ບໍ່ສະອາດຖືກກ່າວເຖິງຄືກັບວ່າມັນສາມາດໄປໃນສະຖານທີ່ຕ່າງໆດ້ວຍຕົວຂອງມັນເອງ. ແນ່ນອນວ່າ, ໃນຄວາມເປັນຈິງແລ້ວ ປະຊາຊົນເປັນຜູ້ເອົາໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)