lo_tn/hos/09/01.md

2.0 KiB

ຂໍ້ມູນທົ່ວໄປ:

ໂຮເຊອາ ຜູ້ປະກາດພຣະທັມໄດ້ກ່າວ.

ແຕ່ລານເຂົ້າ ແລະ ບໍ່ນ້ຳເຫລົ້າອະງຸ່ນໃຫມ່ບໍ່ໄດ້ລ້ຽງພວກເຂົາ

ສິ່ງນີ້ອະທິບາຍເຖິງລານເຂົ້າ ແລະ ເຫລົ້າອະງຸ່ນ ເຫມືອນກັບວ່າເປັນມະນຸດທີ່ສາມາດລ້ຽງຄົນໄດ້. ຫມາຍຄວາມວ່າການເກັບກ່ຽວຈະບໍ່ສະຫນອງເມັດພືດພຽງພໍສຳລັບການຟາດເຂົ້າ ເພື່ອຕອບສະຫນອງຄວາມຕ້ອງການຂອງປະຊາຊົນ, ແລະ ມັນຈະບໍ່ມີຫມາກອະງຸ່ນພຽງພໍໃນການຫມັກບົມເພື່ອເຮັດໃຫ້ເປັນເຫລົ້າອະງຸ່ນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-metonymy]])

ລານເຂົ້າ

ແມ່ນພື້ນທີ່ກ້ວາງທີ່ຖືກນຳໃຊ້ບໍ່ພຽງແຕ່ສຳລັບການຟາດເຂົ້າເທົ່ານັ້ນ, ແຕ່ສຳລັບການເຮັດພິທີກັມຂອງຊຸມຊົນ ແລະ ພິທິກັມທາງສາສນານຳອີກ. ຍິງໂສເພນີໃນພຣະວິຫານໄດ້ມາເພື່ອຊ່ວຍໃຫ້ພວກຜູ້ຊາຍໄດ້ສະຫລອງເທສະການກ່ຽວກັບຮູບເຄົາຣົບທັງຫລາຍ.

ບໍ່ນ້ຳເຫລົ້າອະງຸ່ນໃຫມ່ບໍ່ໄດ້ລ້ຽງພວກເຂົາ

ຈະບໍ່ມີຫມາກອະງຸ່ນພຽງພໍໃນການເຮັດເຫລົ້າອະງຸ່ນ.