lo_tn/hos/07/06.md

2.7 KiB

ຂໍ້ມູນທົ່ວໄປ:

ການວາງແຜນຂອງເຈົ້າຫນ້າທີ່ສານແມ່ນໄດ້ອະທິບາຍ. ຄວາມໂກດແຄ້ນຂອງພວກເຂົາແມ່ນສິ່ງທີ່ກະຕຸ້ນພວກເຂົາໃຫ້ຂ້າກະສັດຂອງພວກເຂົາ.

ເພາະພວກເຂົາໃຈຮ້ອນຮົນເຫມືອນຢ່າງເຕົາອົບ

ຊຶ່ງຫມາຍຄວາມວ່າ ເຫມືອນແປວໄຟໃນເຕົາອົບ, ຄົນເຫລົ່ານີ້ມີຄວາມປຣາຖນາຢ່າງແຮງກ້າໃນການເຮັດການຊົ່ວຮ້າຍພາຍໃນພວກເຂົາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-metonymy]])

ຄວາມໂກດຮ້າຍສຸມຢູ່ໃນໃຈ

ຄຳວ່າ “ສຸມ” ຫມາຍຄວາມວ່າ ບາງສິ່ງບາງຢ່າງທີ່ກຳລັງລຸກຊ້າໆ ໂດຍບໍ່ມີແປວໄຟ. ອາດແປໄດ້ອີກວ່າ: "ຄວາມໂກດແຄ້ນຂອງພວກເຂົາຈະຄ່ອຍໆລຸກຂຶ້ນຢ່າງງຽບໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລຸກໄຫມ້ເຫມືອນດັ່ງດັ່ງແປວໄຟ

ຄວາມຮຸນແຮງຂອງຄວາມໂກດແຄ້ນຂອງພວກເຂົາແມ່ນເວົ້າຄືກັບວ່າມັນແມ່ນແປວໄຟທີ່ລຸກໄຫມ້. ອາດແປໄດ້ອີກວ່າ: "ມັນມີຄວາມຮຸນແຮງຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກເຂົາທັງປວງຕ່າງຮ້ອນເຫມືອນເຕົາອົບ

ສິ່ງນີ້ແມ່ນປຽບທຽບຄວາມໂກດຮ້າຍເຫມືອນກັບຄວາມຮ້ອນທີ່ມາຈາກເຕົາອົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ພວກເຂົາໄດ້ກືນກິນບັນດາຜູ້ປົກຄອງທັງຫລາຍເຫນືອພວກເຂົາ

ເບິ່ງຄືຫມາຍຄວາມວ່າ ຂ້າຣາຊະການໃນສານໄດ້ຂ້າກະສັດຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)