lo_tn/hos/07/03.md

3.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວວ່າ. ຂໍ້ຄວາມໃນພາສາເຮັບເຮີບໍ່ຈະແຈ້ງໃນຫລາຍໆບ່ອນ. ເຖິງຢ່າງໃດກໍ່ຕາມ, ປະຊາຊົນຫລາຍຄົນກໍຕີຄວາມຫມາຍວ່າ ເປັນການບັນຍາຍເຖິງຂ້າຣາຊະການຊັ້ນສູງທີ່ບໍ່ສັດຊື່ຕໍ່ພຣະເຈົ້າ, ແລະ ຍັງວາງແຜນຈະລອບສັງຫານກະສັດ, ແລະ ຫລັງຈາກນັ້ນກໍ່ປະຕິບັດຕາມແຜນການຂອງພວກເຂົາ. ສິ່ງເຫລົ່ານີ້ເບິ່ງຄືວ່າ ມັນໄດ້ເກີດຂຶ້ນຫລາຍກວ່າຫນຶ່ງຄັ້ງແລ້ວ. ອາຊະຍາກັມເຫລົ່ານີ້ໄດ້ຖືກສະແດງເຖິງຄວາມຊົ່ວຮ້າຍຕໍ່ຊາດເຂົ້າໄປໃນຄວາມຫລົ້ມຈົມ.

ພວກເຂົາທັງຫມົດຕ່າງເປັນຄົນຫລິ້ນຊູ້

ປະຊາຊົນໄດ້ຫລິ້ນຊູ້ທາງຈິດວິນຍານ ໂດຍການນະມັສະການຮູບເຄົາຣົບ ແລະ ການບໍ່ສັດຊື່ຕໍ່ພຣະຢາເວ. ພວກເຂົາອາດຈະບໍ່ສັດຊື່ຕໍ່ຜົວ ຫລື ເມຍຂອງພວກເຂົາ ໂດຍການນອນກັບຄົນອື່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນເຫມືອນເຕົາອົບທີ່ຫຸ່ມຄວາມຮ້ອນໄວ້

ປະໂຫຍກນີ້ຖືກລະບຸໄວ້ໃນຮູບແບບການກະທຳ. ຫມາຍຄວາມວ່າ ປະຊາຊົນມີຄວາມປຣາຖນາຢ່າງແຮງກ້າໃນການເຮັດຄວາມຊົ່ວ. ອາດແປໄດ້ອີກວ່າ: "ເປັນເຫມືອນຄວາມຮ້ອນໃນເຕົາອົບທີ່ຜູ້ເຮັດຂະຫນົມໃຊ້ອົບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-activepassive]])

ນວດແປ້ງຈົນແປ້ງຟູຂຶ້ນ

ເປັນຂັ້ນຕອນຂອງການເຮັດເຂົ້າຈີ່.

ໃນວັນແຫ່ງກະສັດຂອງເຮົາ

ໃນທີ່ນີ້ອາດຫມາຍເຖິງມື້ເທສະການທີ່ກະສັດເປັນຄົນຈັດຂຶ້ນ.

ກະສັດກໍເຫັນດີນຳ

ໃນທີ່ນີ້ອາດຈະຫມາຍຄວາມເຖິງ ຄວາມສາມັກຄີ ຫລື ການເຂົ້າຮ່ວມກັບຜູ້ໃດຜູ້ຫນຶ່ງ. ອາດຈະຫມາຍຄວາມວ່າກະສັດໄດ້ຮ່ວມກັບຂ້າຣາຊະການຂອງພະອົງ ເພື່ອເຍາະເຍີ້ຍສິ່ງຕ່າງໆ ຫລື ຄົນທີ່ບໍ່ຄວນເຍາະເຍີ້ຍ, ແມ່ນແຕ່ພຣະເຈົ້າເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)