lo_tn/hos/06/01.md

3.0 KiB

ຂໍ້ມູນເຊື່ອມຕໍ່:

ປະຊາຊົນອິສະຣາເອນຍອມຮັບເຖິງຄວາມຈຳເປັນໃນການກັບໃຈໃຫມ່.

ພຣະອົງໄດ້ຊົງຈີກພວກເຮົາເປັນທ່ອນໆ ... ພຣະອົງຊົງເຮັດໃຫ້ພວກເຮົາບາດເຈັບ

ພຣະເຈົ້າຊົງລົງໂທດປະຊາຊົນອິສະຣາເອນ ເພາະພວກເຂົາບໍ່ເຊື່ອຟັງພຣະອົງ ແລະ ນະມັສະການພະເຈົ້າອື່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພຣະອົງຈະຊົງຮັກສາພວກເຮົາ....ພຣະອົງຈະຊົງພັນບາດແຜໃຫ້ພວກເຮົາ

ຄົນອິສະຣາເອນເຊື່ອວ່າ ພຣະເຈົ້າຈະຊົງເມດຕາຕໍ່ພວກເຂົາເມື່ອພວກເຂົາກັບໃຈ ແລະ ພຣະອົງຈະປົດປ່ອຍພວກເຂົາອອກຈາກຄວາມທຸກຍາກຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຫລັງຈາກນັ້ນສອງມື້ ພຣະອົງຈະຊົງໃຫ້ພວກເຮົາຄ່ອຍດີຂຶ້ນ; ພຣະອົງຈະຊົງເຮັດໃຫ້ເຮົາດີຂຶ້ນໃນມື້ທີສາມ

ສະແດງເຖິງໄລຍະສັ້ນໆຂອງເວລາ. ຄົນອິສະຣາເອນເຊື່ອວ່າພຣະເຈົ້າຈະມາຊ່ວຍພວກເຂົາໂດຍໄວຈາກສັດຕຣູຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ສອງມື້ ... ມື້ທີສາມ

"2 ມື້ ... ມື້ທີ 3" (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-numbers]] ແລະ [[rc:///ta/man/translate/translate-ordinal]])

ຂໍໃຫ້ພວກເຮົາຮູ້ຈັກພຣະຢາເວ

ຄຳວ່າ “ຮູ້” ຫມາຍຄວາມວ່າບໍ່ພຽງແຕ່ຮຽນຮູ້ພຣະລັກສະນະ ແລະ ກົດຫມາຍຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງມີຄວາມສັດຊື່ຕໍ່ພຣະອົງນຳອີກ.

ພຣະອົງຈະສະເດັດມາຫາພວກເຮົາຢ່າງແນ່ນອນເຫມືອນຍາມເຊົ້າວັນໃຫມ່

ພຣະຢາເວ ຈະມາຊ່ວຍປະຊາຊົນຂອງພຣະອົງຄືກັນກັບທີ່ຕາເວັນຮຸ່ງຂຶ້ນໃນຕອນເຊົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)