lo_tn/hos/05/14.md

2.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບຢູດາ ແລະ ອິສະຣາເອນ.

ເພາະເຫດນີ້ ເຮົາຈະເປັນເຫມືອນດັ່ງສິງໂຕຕໍ່ເອຟາຣາອິມ

ພຣະຢາເວ ກຳລັງຈະໄລ່ຕາມ ແລະ ໂຈມຕີເອຟາຣາອິມຄືກັບໂຕສິງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແລະເຫມືອນດັ່ງສິງຫນຸ່ມຕໍ່ເຊື້ອສາຍຂອງຢູດາ

ພຣະຢາເວ ຊົງຈະປະຕິບັດຕໍ່ຢູດາໃນວິທີທີ່ຄ້າຍຄືກັນ. ພຣະຢາເວ ກຳລັງສະແດງຄວາມບໍ່ພໍໃຈຂອງພຣະອົງກັບທັງອານາຈັກທາງພາກເຫນືອ ແລະ ອານາຈັກທາງພາກໃຕ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາ, ເຮົານີ້ແຫລະ

ພຣະຢາເວຊົງເນັ້ນໃຫ້ຮູ້ວ່າ ພຣະອົງຜູ້ດຽວທີ່ຈະເປັນຜູ້ນຳການພິພາກສາເຫນືອປະຊາຊົນຂອງພຣະອົງ.

ຈະຈີກ

ໂຕສິງທີ່ກຳລັງຈີກສັດໂຕອື່ນກິນຢູ່, ດັ່ງນັ້ນພຣະຢາເວຈະຈີກປະຊາຊົນຂອງພຣະອົງອອກຈາກເຮືອນ ແລະ ຈາກປະເທດຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະໄປ ແລະ ກັບໄປຍັງສະຖານທີ່ຂອງເຮົາ

ພຣະຢາເວຈະຊົງຈາກປະຊາຊົນທີ່ກະບົດຂອງພຣະອົງໄປ.

ແລະສະແຫວງຫາພຣະພັກຂອງເຮົາ

ພະຍາຍາມເຂົ້າມາໃນທີ່ປຣະທັບຂອງພຣະເຈົ້າ ໂດຍການນະມັສະການ ແລະ ການບູຊາ. ອາດແປໄດ້ອີກວ່າ: "ແລະຂໍໃຫ້ເຮົາເອົາໃຈໃສ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)