lo_tn/hos/05/12.md

2.4 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບຢູດາ ແລະ ອິສະຣາເອນ.

ເຮົາຈະເປັນເຫມືອນແມງໄມ້ຕໍ່ເອຟາຣາອິມ, ແລະ ຈະເປັນເຫມືອນຄວາມເນົ່າເປື່ອຍຂອງເຊື້ອສາຍຢູດາ

ແມງໄມ້ຢູ່ເທິງຜ້າຂົນສັດ ແລະ ຄວາມເນົ່າເປື່ອຍຂອງໄມ້ທີ່ມີການທຳລາຍທັງສອງ. ພຣະຢາເວຊົງຈະທຳລາຍທັງສອງຊາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ແມງໄມ້ ... ເນົ່າເປື່ອຍ

ສອງຄຳນີ້ຖືກແປເປັນຫລາຍວິທີ ເພາະວ່າຄວາມຫມາຍຂອງຄຳສັບພາສາເຮັບເຮີແມ່ນກວ້າງຫລາຍ ຫລື ບໍ່ແນ່ນອນ.

ເມື່ອໃດເອຟາຣາອິມເຫັນຄວາມເຈັບໄຂ້ຂອງຕົນ ແລະ ຢູດາໄດ້ເຫັນບາດແຜຂອງຕົນ

ທັງເອຟາຣາອິມ (ອານາຈັກພາກເຫນືອຂອງອິສະຣາເອນ) ແລະ ຢູດາ (ອານາຈັກພາກໃຕ້ຂອງອິສະຣາເອນ) ຮູ້ວ່າພວກເຂົາຕົກຢູ່ໃນອັນຕະຣາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລ້ວເອຟາຣາອິມກໍໄດ້ໄປຫາອັດຊີເຣຍ ແລະ ຢູດາກໍສົ່ງຜູ້ສື່ສານໄປຫາກະສັດຜູ້ຍິ່ງໃຫຍ່

ເອຟາຣາອິມ ແລະ ຢູດາໄດ້ຂໍໃຫ້ອັດຊີເຣຍຊ່ວຍເຫລືອແທນທີ່ຈະຂໍການຊ່ວຍເຫລືອຈາກພຣະຢາເວ. "ກະສັດຜູ້ຍິ່ງໃຫຍ່" ແມ່ນຕຳແຫນ່ງສຳລັບກະສັດຂອງອັດຊີເຣຍ.

ແຕ່ພະອົງກໍບໍ່ສາມາດ

ໃນບ່ອນນີ້ຄຳວ່າ "ພະອົງ" ຫມາຍເຖິງກະສັດຂອງອັດຊີເຣຍ.