lo_tn/hos/05/10.md

3.0 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບຢູດາ ແລະ ອິສະຣາເອນ.

ບັນດາຜູ້ນຳຂອງຢູດາເປັນເຫມືອນຄົນທີ່ຍ້າຍເສົາປັກເຂດແດນ

ເພື່ອ “ຍ້າຍຫີນເຂດແດນ” ຫມາຍເຖິງການຍ້າຍທີ່ຕັ້ງຂອງເຄື່ອງຫມາຍເຂດແດນຂອງບາງສ່ວນຂອງຊັບສິນ, ຊຶ່ງອາດຈະເປັນອາຊະຍາກັມພາຍໃຕ້ກົດຫມາຍຂອງອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາຈະຖອກເທຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາເຫມືອນຢ່າງຖອກນ້ຳ

ຄວາມໂກດຮ້າຍຂອງພຣະຢາເວມາຕໍ່ສູ້ຢູດາເຫມືອນກັບສາຍນ້ຳໃຫຍ່ທີ່ທຳລາຍພວກເຂົາ. ໃນພຣະຄັມພີຂໍ້ນີ້, ລັກສະນະຂອງທັງອາຣົມ ແລະ ສິລະທັມໄດ້ຖືກກ່າວສົມທຽບເຫມືອນກັບຂອງແຫລວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເອຟາຣາອິມຖືກບົດ; ພວກເຂົາຖືກບົດຢູ່ໃນການພິພາກສາລົງໂທດ

ສາມາດຖືກລະບຸໄວ້ໃນຮູບແບບກະທຳ. ຂໍ້ຄວາມນີ້ແມ່ນໄດ້ກ່າວເຖິງເຖິງສອງຄັ້ງເພື່ອເນັ້ນຫນັກ. “ເອຟຣາອິມ” ຫມາຍເຖິງປະຊາຊົນໃນອານາຈັກທາງເຫນືອຂອງອິສະຣາເອນ. ອາດແປໄດ້ອີກວ່າ: "ເຮົາຈະລົງໂທດປະຊາຊົນອິສະຣາເອນຢ່າງຮຸນແຮງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] and [[rc:///ta/man/translate/figs-metonymy]] ແລະ rc://*/ta/man/translate/figs-activepassive)

ຕິດຕາມຮູບເຄົາຣົບ

ຄຳວ່າ "ຍ່າງ" ສະແດງໃຫ້ເຫັນເຖິງການນະມັສະການຮູບເຄົາຣົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບັນດາຮູບເຄົາຣົບ

ໃນພາສາເຮັບເຮີແປຄຳນີ້ວ່າ "ຮູບເຄົາຣົບ" ແມ່ນບໍ່ແນ່ນອນໃນຄວາມຫມາຍຂອງມັນ, ແລະຖືກແປໂດຍສະບັບປັບປຸງໃຫມ່ດ້ວຍຫລາຍຮູບແບບ.