lo_tn/hos/05/05.md

3.5 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບອິສະຣາເອນ.

ຄວາມອວດອ້າງຈອງຫອງຂອງອິສະຣາເອນເປັນພະຍານຕໍ່ສູ້ພວກເຂົາ

ອະທິບາຍເຖິງ "ຄວາມຈອງຫອງ" ໃນຖານະເປັນບຸກຄົນທີ່ເປັນພະຍານຕໍ່ປະຊາຊົນອິສະຣາເອນໃນສານ. ທັສະນະຄະຕິ ແລະ ປະພຶດທີ່ຈອງຫອງຂອງພວກເຂົາສະແດງໃຫ້ເຫັນວ່າ ພວກເຂົາມີຄວາມຜິດທີ່ບໍ່ເຊື່ອຟັງພຣະຢາເວອີກຕໍ່ໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ສະນັ້ນ ຄົນອິສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ

ທັງສອງອານາຈັກນີ້ຈະບໍ່ເຊື່ອຟັງພຣະເຈົ້າຢ່າງແນ່ນອນ ເພາະຄວາມອວດໂຕ ແລະ ຄວາມບາບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ: 1) ນີ້ຫມາຍເຖິງຄົນອິສະຣາເອນທີ່ແຕ່ງງານກັບຄົນຊາດອື່ນ ແລະ ມີລູກນຳພວກເຂົາ. ຫລື 2) ນີ້ມີຄວາມຫມາຍວ່າ ພໍ່ແມ່ຂອງຄົນອິສະຣາເອນບໍ່ສັດຊື່ຕໍ່ພຣະຢາເວ ແລະ ພວກເຂົາໄດ້ສັ່ງສອນລູກຂອງພວກເຂົາໃຫ້ນະມັສະການບັນດາຮູບເຄົາຣົບ.

ຕອນນີ້ ເທສະການພະຈັນເຕັມດວງຈະເຜົາໄຫມ້ພວກເຂົາ ພ້ອມທົ່ງນາທັງຫລາຍຂອງເຂົາ

ຄົນອິສະຣາເອນຄວນຈະສະເຫລີມສະຫລອງໃນຊ່ວງພະຈັນເຕັມດວງ. ສຳນວນນີ້ໄດ້ອະທິບາຍວ່າ ເທສະການພະຈັນເຕັມດວງເຫມືອນສັດຮ້າຍຈະອອກກິນມາກິນປະຊາຊົນ ແລະ ໄຮ່ນາຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ມັນກໍເປັນການຍາກທີ່ຈະແປສຳນວນນີ້; ມີຫລາຍສະບັບກໍແປໂດຍທີ່ບໍ່ໄດ້ຄຳນຶງເຖິງຄວາມຫມາຍ. ເຖິງຢ່າງໃດກໍຕາມ, ຄວາມຫມາຍທັງຫມົດທັງມວນກໍແມ່ນພຣະເຈົ້າຈະລົງໂທດຜູ້ຄົນທີ່ບໍ່ສັດຊື່ຕໍ່ພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)