lo_tn/hos/05/03.md

2.7 KiB

ຂໍ້ມູນທົ່ວໄປ:

ພຣະຢາເວ ຊົງກ່າວກ່ຽວກັບອິສະຣາເອນ.

ເຮົາຮູ້ຈັກເອຟາຣາອິມ, ແລະອິສະຣາເອນກໍຈະບໍ່ລີ້ຈາກເຮົາ

ໃນນີ້, "ເອຟຣາອິມ" ແລະ "ອິສະຣາເອນ" ທັງສອງຫມາຍເຖິງຄົນທີ່ອາສັຍຢູ່ໃນອານາຈັກພາກເຫນືອຂອງອິສະຣາເອນ. ໃນທີ່ນີ້ພຣະເຈົ້າຊົງກ່າວວ່າ ພຣະອົງຊົງຮູ້ວ່າພວກເຂົາເປັນແບບໃດ ແລະ ພວກເຂົາກຳລັງເຮັດຫຍັງຢູ່. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-metonymy]])

ຟາຣາອິມ, ຕອນນີ້ເຈົ້າທັງຫລາຍກໍກາຍເປັນໂສເພນີເສຍແລ້ວ

"ເອຟຣາອິມ" ຖືກນຳສະເຫນີໃນຮູບແບບໂສເພນີ ເພາະວ່າປະຊາຊົນໄດ້ກາຍເປັນຄົນທີ່ບໍ່ສັດຊື່ຕໍ່ພຣະເຈົ້າ, ຄືກັບຍິງໂສເພນີທີ່ສັດຊື່ຕໍ່ຜູ້ຊາຍຄົນໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ກັບຄືນໄປຫາພຣະເຈົ້າ ... ພວກເຂົາບໍ່ຮູ້ຈັກພຣະອົງ

ຜູ້ແປສາມາດນຳສະເຫນີສິ່ງນີ້ວ່າ "ຫັນມາຫາເຮົາ ... ພວກເຈົ້າບໍ່ຮູ້ຈັກເຮົາ," ຫລື "ກັບມາຫາເຮົາ ... ພວກເຈົ້າບໍ່ຮູ້ຈັກເຮົາ, ພຣະຢາເວ."

ໃຈແຫ່ງການຫລິ້ນຊູ້ຢູ່ໃນໂຕພວກເຂົາ

ນີ້ມີຄວາມຫມາຍວ່າ ພວກເຂົາມີຄວາມປຣາຖນາທີ່ຈະບໍ່ສັດຊື່ຕໍ່ພຣະເຈົ້າ. ພວກເຂົາປຣາຖນາທີ່ຈະນະມັສະການຮູບເຄົາຣົບ.

ແລະພວກເຂົາບໍ່ຮູ້ຈັກພຣະຢາເວ

ຄົນອິສະຣາເອນບໍ່ເຊື່ອຟັງພຣະຢາເວອີກຕໍ່ໄປ. ພວກເຂົາບໍ່ຍອມຮັບຮູ້ພຣະຢາເວໃນທຸກໆທາງວ່າເປັນພຣະເຈົ້າຂອງພວກເຂົາ.