lo_tn/hos/05/01.md

2.6 KiB

ຂໍ້ມູນເຊື່ອມຕໍ່:

ພຣະຢາເວ ຊົງກ່າວກ່ຽວກັບອິສະຣາເອນ.

ພວກເຈົ້າເປັນເຫມືອນແຮ້ວທີ່ເມືອງມິດຊະປາ ແລະ ເປັນເຫມືອນຕະຂ່າຍກາງຢູ່ເທິງເມືອງຕາໂບ

ແຮ້ວ ແລະແຫ ທັງສອງແມ່ນວັດຖຸທີ່ໃຊ້ເພື່ອຈັບເຫຍື່ອ. ໃນກໍຣະນີດັ່ງກ່າວນີ້, ພວກປະໂລຫິດ ແລະ ຣາຊະວົງໄດ້ໃຫ້ຄຳແນະນຳວິທີຕ່າງໆ ເພື່ອເຮັດໃຫ້ປະຊາຊົນຢູ່ຫ່າງຈາກພະຢາເວ, ໃນຂະນະທີ່ຊັກຊວນພວກເຂົາໃຫ້ໄປບູຊາຮູບເຄົາຣົບ. ມິດຊະປາ ແລະຕາໂບແມ່ນສະຖານທີ່ສຳລັບນະມັສະການຮູບເຄົາຣົບໃນແຜ່ນດິນອິສະຣາເອນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/translate-names]] ແລະ [[rc:///ta/man/translate/figs-metaphor]])

ພວກກະບົດຢືນໃນການສັງຫານ

ໃນທີ່ນີ້ “ພວກກະບົດ” ຫມາຍເຖິງຄົນທັງຫມົດທີ່ໄດ້ຫັນຫນີຈາກອົງພຣະຢາເວ, ແລະ “ການສັງຫານ” ອາດຫມາຍເຖິງການຂ້າຄົນບໍຣິສຸດ, ຂອງການຂ້າສັດທີ່ຖວາຍແກ່ຮູບເຄົາຣົບ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ພວກກະບົດ

ຜູ້ແປສາມາດສະແດງສິ່ງນີ້ "ພວກເຈົ້າກະບົດ," ເພາະວ່າພຣະເຈົ້າຊົງກ່າວກັບພວກອິສະຣາເອນທີ່ກະບົດ.

ໃນການສັງຫານ

ໃນສະບັບສມັຍໃຫມ່ ຕີຄວາມຫມາຍສຳນວນພາສາເຮັບເຮີວ່າເປັນການຢືນຕໍ່ຄວາມຊົ່ວຮ້າຍ.

ເຮົາຈະລົງໂທດພວກເຈົ້າທັງຫມົດ

ຜູ້ແປສາມາດເປັນຕົວແທນສິ່ງນີ້ "ເຮົາຈະລົງໂທດພວກເຈົ້າທັງຫມົດ."