lo_tn/hos/04/17.md

2.2 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບອິສະຣາເອນ.

ເອຟາຣາອິມເປັນອັນຫນຶ່ງອັນດຽວວກັນກັບບັນດາຮູບເຄົາຣົບທັງຫລາຍ; ຈົ່ງປະພວກເຂົາໃຫ້ຢູ່ຄົນດຽວ

ໃນທີ່ນີ້ “ເອຟາອິມ” ຫມາຍເຖິງຜູ້ຄົນໃນອານາຈັກພາກເຫນືອຂອງອິສະຣາເອນ. ພວກເຂົາເລືອກທີ່ຈະບູຊາຮູບເຄົາຣົບ, ແທນທີ່ຈະເປັນຂອງພຣະຢາເວ. ພຣະຢາເວ ກ່າວກັບໂຮເຊອາວ່າ ຢ່າພະຍາຍາມທີ່ຈະແກ້ໄຂພວກເຂົາ. ປະຊາຊົນຂອງອິສະຣາເອນຈະບໍ່ຟັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບັນດາຜູ້ນຳຂອງພວກເຂົາ ມັກຄວາມອັບອາຍຂອງພວກເຂົາ

ບັນດາຜູ້ນຳບໍ່ມີຄວາມອັບອາຍໃນສິ່ງທີ່ພວກເຂົາເຮັດ ເມືື່ອພວກເຂົານະມັສະການບັນດາພະເຈົ້າທັງຫລາຍ ແລະ ຫັນມາຕໍ່ສູ້ພຣະຢາເວ.

ລົມຈະຫໍ່ຫຸ້ມພວກເຂົາໄວ້ໃນປີກຂອງມັນ

ຄຳວ່າ "ລົມ" ໃນທີ່ນີ້ ຫມາຍເຖິງການພິພາກສາຂອງພຣະເຈົ້າ ແລະ ຄວາມໂກດແຄ້ນຕໍ່ຊົນຊາດອິສະຣາເອນ. ພຣະຢາເວຈະອະນຸຍາດໃຫ້ກອງທັບຂອງສັດຕຣູເອົາຊະນະຊາວອິສະຣາເອນ ແລະຈັບພວກເຂົາໄປເປັນຊະເລີຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])