lo_tn/hos/04/15.md

3.6 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວກ່ຽວກັບຢູດາ ແລະອິສະຣາເອນ.

ຂໍຢ່າໃຫ້ຢູດາມີຄວາມຜິດ

ພຣະເຈົ້າຊົງຮູ້ວ່າຄົນອິສະຣາເອນໄດ້ເຮັດບາບຫລາຍພຽງໃດ ແລະບໍ່ຢາກໃຫ້ຄົນຢູດາຕ້ອງເຮັດໃນສິ່ງດຽວກັນ.

ຂໍຢ່າໄປໃນເມືອງກິນການ, ໄພ່ພົນທັງຫລາຍ; ຢ່າຂຶ້ນໄປທີ່ເບັດອາເວນ

ປະຊາຊົນຢູດາກຳລັງຖືກຕັກເຕືອນບໍ່ໃຫ້ເຂົ້າໄປໃນເມືອງຕ່າງໆຂອງກິນການ ຫລື ເບັດອາເວນ ເພື່ອນະມັສະການຮູບເຄົາຣົບທັງຫລາຍໃນສະຖານທີ່ເຫລົ່ານັ້ນ. ເມືອງກິນການເຄີຍເປັນສະຖານທີ່ນະມັສະການພຣະຢາເວ, ແຕ່ໄດ້ກາຍເປັນສະຖານທີ່ຂອງການນະມັສະການຮູບເຄົາຣົບແລ້ວ.

ເບັດອາເວນ

ນີ້ເປັນຊື່ເມືອງຢູ່ເຂດແດນຕິດກັບອານາຈັກພາກເຫນືອ ຂອງອິສະຣາເອນ ແລະ ເຜົ່າເບັນຢາມິນໃນອານາຈັກພາກໃຕ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ເຫມືອນງົວສາວຫົວດື້

ຊົນຊາດອິສະຣາເອນປຽບທຽບກັບງົວສາວທີ່ບໍ່ເຊື່ອຟັງເຈົ້ານາຍຂອງຕົນ. (ເບິ່ງເພີ່່ມເຕີມ: rc://*/ta/man/translate/figs-simile)

ພຣະຢາເວຈະນຳພວກເຂົາໃນທົ່ງຫຍ້າເຫມືອນລ້ຽງແກະໄດ້ຢ່າງໃດ?

ພຣະຢາເວ ໃຊ້ຄຳຖາມເພື່ອເນັ້ນວ່າພຣະອົງບໍ່ສາມາດສືບຕໍ່ເບິ່ງແຍງປະຊາຊົນໄດ້ ເພາະວ່າພວກເຂົາແຂງກະດ້າງ. ພຣະຢາເວຈະບໍ່ເບິ່ງແຍງປະຊາຊົນພວກນີ້ອີກຕໍ່ໄປຄືກັບພຣະອົງເປັນຜູ້ລ້ຽງທີ່ບໍ່ສາມາດດູແລຝູງແກະຂອງພຣະອົງໃນທົ່ງຫຍ້າ ຍ້ອນວ່າພວກເຂົາແຂງກະດ້າງ. ອາດແປໄດ້ອີກວ່າ: "ພຣະຢາເວຈະບໍ່ລ້ຽງຜູ້ທີ່ກະບົດ."ຫລື "ສະນັ້ນ ພຣະຢາເວ ຈະບໍ່ສືບຕໍ່ດູແລພວກເຂົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-rquestion]])

ພຣະຢາເວຈະນຳແນວໃດ

ໃນທີ່ນີ້ພຣະຢາເວ ຊົງກ່າວດ້ວຍຕົນເອງໃນບຸກຄົນທີສາມ. ຊຶ່ງສາມາດກ່າວເຖິງໃນບຸກຄົນທຳອິດ. ອາດແປໄດ້ອີກວ່າ: "ເຮົາຈະເຮັດແນວໃດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)