lo_tn/hos/04/11.md

3.1 KiB
Raw Permalink Blame History

ຂໍ້ມູນເຊື່່ອມຕໍ່:

ພຣະຢາເວຊົງກ່າວກ່ຽວກັບຊົນຊາດອິສະຣາເອນ.

ພວກເຂົາມັກການມີເພດສຳພັນແບບເປິເປື້ອນ, ມັກເຫລົ້າອະງຸ່ນ ແລະ ເຫລົ້າອະງຸ່ນໃຫມ່, ຊຶ່ງໄດ້ນຳເອົາຄວາມເຂົ້າໃຈໄປຈາກພວກເຂົາ

ຊາວອິສະຣາເອນ ກຳລັງສະແຫວງຫາການຮ່ວມເພດນອກເຫນືອຈາກການແຕ່ງງານ ແລະ ກິນດື່ມຫລາຍ. ໃນການເຮັດສິ່ງເຫລົ່ານີ້ ພວກເຂົາໄດ້ຫລົງລືມຄຳສັ່ງຂອງພຣະຢາເວ. ການກະທຳເຫລົ່ານີ້ຖືກກ່າວເຖິງເຫມືອນກັບວ່າ ພວກເຂົາເປັນບຸກຄົນຫນຶ່ງທີ່ສາມາດປ້ອງກັນຄົນອື່ນບໍ່ໃຫ້ເຂົ້າໃຈເຖິງຄວາມສຳຄັນຂອງການເຊື່ອຟັງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ໄມ້ຄ້ອນເທົ້າຂອງພວກເຂົາທີ່ໃຫ້ຄຳທຳນວາຍແກ່ພວກເຂົາ

ຜູູ້ບູຊາຮູບເຄົາຣົບຈະຖືໄມ້ຄ້ອອນເທົ້້າຍ່າງໄປ ເພື່ອຊ່ວຍພວກເຂົາໃນການທຳນວາຍເຖິງອະນາຄົດ. ໄມ້ຄ້ອນເທົ້າໃນທີ່ນີ້ຄືກັບວ່າພວກເຂົາເປັນຄົນກ່າວຄຳທຳນວາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເພາະຈິດໃຈເປິະເປື້ອນຂອງພວກເຂົາໄດ້ຊັກຈູງພວກເຂົາ

ການນະມັສະການຮູບເຄົາຣົບ ແລະ ການນອນກັບຜູ້ຍິງໂສເພນີໃນພຣະວິຫານໄດ້ພັດທະນາຂຶ້ນໃນປະຊາຊົນອິສະຣາເອນ ແລະ ເປັນຄວາມປຣາຖນາທີ່ຈະເຮັດບາບຕໍ່ພຣະຢາເວ ດ້ວຍວິທີເຫລົ່ານີ້. ຄຳວ່າ “ ຈິດໃຈ” ເປັນການແຍກອອກຈາກບຸກຄົນທີ່ສາມາດຊັກຈູງຈິດໃຈຂອງປະຊາຊົນບໍ່ໃຫ້ເຊື່ອຟັງພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ໄດ້ຊັກຈູງ

ໄດ້ຊັກຈູງປະຊາຊົນໃຫ້ເຮັດບາບ. (ເບິ່່ງເພີ່ມເຕີມ: rc://*/ta/man/translate/figs-metaphor)